ເວທີປາໄສອິນເຕີແນັດ ຫວຽດນາມ 2019

Chia sẻ
(VOVWORLD) - ໂດຍໄດ້ຈັດຕັ້ງເປັນຄັ້ງທີ 2 ນັບແຕ່ປີ 2017,  VIF 19 ແມ່ນໜຶ່ງໃນບັນດາເຫດການສຳຄັນ ແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຊູແອັດ ແລະ ຫວຽດນາມ (1969 - 2019). 

ເວທີປາໄສອິນເຕີແນັດ ຫວຽດນາມ 2019 (VIF 19) ດ້ວຍຫົວຂໍ້ວ່າ “ເຕັກໂນໂລຊີດີຈີຕອນໃຫ້ສິ່ງດີງາມ” ໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ມີນາ ຢູ່ ຮ່າໂນ້ຍ, ແນໃສ່ປຶກສາຫາລືກ່ຽວກັບວິທີການດ້ານເຕັກໂນໂລຊີດີຈີຕອນ ສາມາດຊ່ວຍສ້າງສັງຄົມປະດິດຄິດສ້າງ, ເປີດອົກເປີດໃຈ ແລະ ໝັ້ນຄົງ.

ເວທີປາໄສອິນເຕີແນັດ ຫວຽດນາມ 2019 - ảnh 1 ເວທີປາໄສອິນເຕີແນັດ ຫວຽດນາມ 2019 (VIF 19) 

        VIF 19 ໄດ້ເຕື້ອງເຖິງບັນດາຫົວຂໍ້ຄື: ລັດຖະບານເອເລັກໂຕນິກເພື່ອບັນດາສິ່ງດີງາມ; ນະຄອນອັດສະລິຍະ, ເຊື່ອມຕໍ່ຢ່າງໝັ້ນຄົງ; ພົນລະເມືອງດີຈີຕອນນຳໃຊ້ເຕັກໂນໂລຊີຢ່າງປອດໄພ ແລະ ມີຄວາມຮັບຜິດຊອບ; ເຕັກໂນໂລຊີ - ການປ່ຽນແປງ; ຊຸກຍູ້ການກະທົບສັງຄົມຜ່ານເຕັກໂນໂລຊີໃໝ່…

        ກ່າວຄຳເຫັນໄຂ VIF 19 ໃນວັນທີ 20 ມີນາ, ທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງ ອິນເຕີແນັດ ແລະ ເຕັກໂນໂລຊີດີຈີຕອນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງເຄື່ອງໝາຍການຄ້າທີ່ມີລັກສະນະແກ່ງແຍ້ງຂອງປະເທດໃດໜຶ່ງ. ທ່ານເນັ້ນໜັກວ່າ:

        ຫວຽດນາມ ອາດຈະບັນລຸໄດ້ບັນດາຜົນງານຄ້າຍຄືກັນກັບ ຊູແອັດ ດ້ວຍລະດັບອິນເຕີແນັດພັດທະນາຢ່າງວ່ອງໄວຄືໃນປັດຈຸບັນ, ພິເສດແມ່ນການເຜີຍແຜ່ຂອງບັນດາສື່ສັງຄົມອອນລາຍຢູ່ ຫວຽດນາມ. ລັດຖະບານຍາມໃດກໍ່ສະໜັບສະໜູນການຄ້າເສລີ, ກໍ່ຄືລັກສະນະເອກະລາດ ແລະ ການເຊື່ອມໂຍງເຂົ້າກັບໂລກໂລກາພິວັດນັບມື້ນັບເລິກເຊິ່ງກ້ວາງຂວາງ  ແລະ ມີຄວາມເປີດອົກເປີດໃຈ. ປີ 2019 ແມ່ນຈຸດເວລາສ້າງຂີດໝາຍຍ້ອນບັນດາເຕັກໂນໂລຊີໃໝ່, ອິນເຕີແນັດເຊື່ອມຕໍ່ກັບທຸກສິ່ງທຸກຢ່າງ. ພວກເຮົາມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ.

        ເມື່ອຕີລາຄາເລື່ອງພັດທະນາການເຊື່ອມຕໍ່ອິນເຕີແນັດ ຈະຊຸກຍູ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດ, ທ່ານນາງ Caitlin Wiesen, ຮັກສາການຜູ້ຕາງໜ້າຂອງ UNDP ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

        ບັນດາພື້ນຖານດີຈີຕອນພ້ອມກັບການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຊີຈະສ້າງເງື່ອນໄຂໃຫ້ແກ່ປະຊາຊົນທຸກຄົນເຂົ້າຮ່ວມບັນດາຂັ້ນຕອນອອກຂໍ້ຕົກລົງຂອງລັດຖະບານຢ່າງສະເໝີພາບ ແລະ ມີປະສິດທິຜົນກ່ວາ ກໍ່ຄືມີຜົນສະທ້ອນ ແລະ ການກະທົບເຖິງບັນດາການເຄື່ອນໄຫວຂອງລັດຖະບານ. ໃນນັ້ນ, ໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງກ່ຽວກັບບັນດາຄຳໝັ້ນສັນຍາຊຸກຍູ້ລັດຖະບານເອເລັກໂຕນິກ ກໍ່ຄືໝູນໃຊ້ບັນດາມາດຕະການກ່ຽວກັບເຕັກໂນໂລຊີ.

        ໂດຍໄດ້ຈັດຕັ້ງເປັນຄັ້ງທີ 2 ນັບແຕ່ປີ 2017,  VIF 19 ແມ່ນໜຶ່ງໃນບັນດາເຫດການສຳຄັນ ແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຊູແອັດ ແລະ ຫວຽດນາມ (1969 - 2019). ເວທີປາໄສໂດຍສະຖານທູດ ຊູແອັດ ປະຈຳ ຫວຽດນາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໂຄງການພັດທະນາສະຫະປະຊາຊາດ (UNDP), ອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO), ສະຫະສະມາຄົມອິນເຕີແນັດ ຫວຽດນາມ (VIA) ແລະ ມະຫາວິທະຍາໄລ Lund (ຊູແອັດ) ຮ່ວມກັນຈັດຕັ້ງ.

ຕອບກັບ