ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ - ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

Chia sẻ
(VOVWORLD) -ຕອນບ່າຍວັນທີ 17 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມກອງປະຊຸມການຮ່ວມມືພັດທະນາ ຂະແໜງອຸດສາຫະກຳການຄ້າ, ພະລັງງານ - ບໍ່ແຮ່ ລະຫວ່າງ ຫວຽດນາມ - ລາວ ປີ 2019.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ - ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1ກອງປະຊຸມການຮ່ວມມືພັດທະນາ ຂະແໜງອຸດສາຫະກຳການຄ້າ, ພະລັງງານ - ບໍ່ແຮ່ ລະຫວ່າງ ຫວຽດນາມ - ລາວ ປີ 2019

ໃນຂອບເຂດກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ ມີບັນດາການໂອ້ລົມສົນທະນາ ກັບ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍບັນຫາທີ່ກ່ຽວຂ້ອງເຖິງການພົວພັນທາງການຄ້າກໍ່ຄືບັນດາການເຄື່ອນໄຫວລົງທຶນລະຫວ່າງສອງປະເທດ. ພ້ອມທັງເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືຄືກວດກາຄືນໃໝ່, ປັບປຸງສັນຍາດ້ານການຄ້າລະຫວ່າງ ຫວຽດນາມ - ລາວ, ສັນຍາການຄ້າ ຊາຍແດນລະຫວ່າງ ຫວຽດນາມ - ລາວ, ກໍ່ສ້າງແຜນການປັບປຸງສັນຍາລະຫວ່າງສອງລັດຖະບານກ່ຽວກັບການຮ່ວມມືພັດທະນາບັນດາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່, ກໍ່ສ້າງ ແລະ ເຈລະຈາບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄ້າຊາຍແດນລະຫວ່າງ ຫວຽດນາມ ລາວ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

ຕອບກັບ