ເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ ອາຊຽນ

Chia sẻ
(VOVWORLD) -ກອງປະຊຸມ ຫົວໜ້າກົມໃຫຍ່ພາສີ ອາຊຽນ ຄັ້ງທີີ 28 ຖືກດໍາເນີນໃນວັນທີ 11 – 13 ມິຖຸນາ ຢູ່່ນະຄອນຫຼວງວຽງຈັນ, ປະເທດ ລາວ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ອົງການພາສີ ທີ່ມາຈາກບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ. ທ່ານ ຮວ່າງວຽດເກື່ອງ ຮອງຫົວໜ້າກົມໃຫຍ່ພາສີ ຫວຽດນາມ ເປັນຫົວໜ້ານໍາພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ ອາຊຽນ - ảnh 1 ການນໍາບັນດາອົງການພາສີ ອາຊຽນ 

        ຢູ່ກອງປະຊຸມ, ການນໍາບັນດາອົງການພາສີ ອາຊຽນ ໄດ້ປຶກສາຫາລື ແລະ ອະນຸມັດຜ່ານຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ແລະ ເຊື່ອມໂຍງທາງດ້ານພາສີໃນ ອາຊຽນ ເຊິ່ງໄດ້ຮັບການປະຕິບັດໂດຍບັນດາຄະນະກໍາມະການ/ກຸ່ມເຮັດວຽກກ່ຽວກັບ ພາສີ ໃນ ພາກພື້ນ ອາຊຽນ.

        ຫົວໜ້າກົມໃຫຍ່່ພາສີບັນດາປະເທດ ໄດ້ຮັບຮູ້ ແລະ ຕີລາຄາຄວາມຄືບໜ້າໃນການປະຕິບັດແຜນການຍຸດທະສາດພັດທະນາ ພາສີ ໄລຍະ 2016 – 2020 ແລະ ມອບໝາຍໜ້າທີ່ໃຫ້ບັນດາກຸ່ມທີ່ເຮັດວຽກງານພາສີ ທັງໝົດ ເລີ່ມລົງມືປະຕິບັດໄລຍະປີ 2021 – 2025. ໃນຂອບເຂດກອງປະຊຸມ, ຍັງມີບັນດາການທາບທາມຄໍາເຫັນກັບຄູ່ຮ່ວມມືພັດທະນາ ທີ່ເປັນ ການນໍາຂອງຂະແໜງພາສີທີ່ມາຈາກ ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອົງການຈັດຕັ້ງພາສີໂລກ WCO ເພື່ອຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ. ຫົວໜ້າກົມໃຫຍ່ ພາສີ ບັນດາປະເທດ ອາຊຽນ ກໍມີບັນດາການທາບທາມຄໍາເຫັນສະເພາະຕ່າງຫາກກັບ ສະພາດໍາເນີນທຸລະກິດ ອາຊຽນ, ສະພາດໍາເນີນທຸລະກິດ ອີຢູ - ອາຊຽນ ແລະ ສະພາດໍາເນີນທຸລະກິດ ອາເມລິກາ - ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື ລະຫວ່າງ ອົງການພາສີ - ວິສາຫະກິດ ໃນພາກພື້ນ.

        ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ກົມພາສີລາວ ໄດ້ມີບັນດາການເຈລະຈາສອງຝ່າຍ ກັບ ຄະນະຜູ້ແທນພາສີ ອາຊຽນ 7 ຄະນະ ເພື່ອແລກປ່ຽນປະສົບການ, ການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ວິຊາສະເພາະໃນຂົງເຂດພາສີ.  

ວັນທຽງ- ນັກຂ່າວ VOV ປະຈໍາ ລາວ

ຕອບກັບ