ເພີ່ມທະວີການຮ່ວມມືຊາວໜຸ່ມກອງທັບລະຫວ່າງ ຫວຽດນາມ - ລາວ

Chia sẻ
(VOVWORLD) -ທ່ານພັນຕີ ເຈິ່ນວ໊ຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບລາວ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ
ເພີ່ມທະວີການຮ່ວມມືຊາວໜຸ່ມກອງທັບລະຫວ່າງ ຫວຽດນາມ - ລາວ - ảnh 1 ການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ (ພາບ: qdnd.vn)

 ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພັນຕີ ເຈິ່ນວ໊ຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານພັນໂທ ອໍາພອນ ສຸກວິໄຊ, ຮອງຫົວໜ້າຫ້ອງການຮັບຜິດຊອບວຽກງານຊາວໜຸ່ມກອງທັບລາວ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.

        ທີ່ການໂອ້ລົມສົນທະນາ, ຜູ້ແທນນາຍທະຫານໜຸ່ມສອງປະເທດ ໄດ້ສຸມໃສ່ປຶກສາຫາລື,ແລກປ່ຽນກ່ຽວກັບບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ວຽກງານຊາວໜຸ່ມ, ເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ຫຼາຍຂົງເຂດລະຫວ່າງຊາວໜຸ່ມກອງທັບສອງປະເທດ ແນໃສ່ຮັກສາ, ພັດທະນາການພົວພັນລະຫວ່າງສອງປະເທດ, ສອງກອງທັບ ໃນສະພາບການປັດຈຸບັນຂອງໂລກ ແລະ ພາກພື້ນ ໃຫ້ດີກວ່າອີກ. ຜູ້ແທນຫຼາຍຄົນ ກໍໄດ້ແບ່ງປັນກ່ຽວກັບມາດຕະການ, ຮູບແບບຈໍານວນໜຶ່ງ ແລະ ວິທີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຂອງຊາວໜຸ່ມກອງທັບສອງປະເທດໃນໄລຍະຜ່ານມາ.

ຕອບກັບ