ທ່ານຝຸ່ງກວັກຫ໋ຽນ,ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານບຸນປອນບຸດຕະນະວົງຮອງປະທານສະພາແຫ່ງຊາດລາວ (ພາບ: quochoi.vn) |
ນະທີ່ນີ້, ສອງຝ່າຍໄດ້ເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ສົມທົບກັນຈັດຕັ້ງ ການຢ້ຽມຢາມຂັ້ນສູງລະຫວ່າງການນຳຂັ້ນສູງຂອງສອງສະພາແຫ່ງຊາດ; ຈັດຕັ້ງກອງປະຊຸມສຳມະນາໃນຫົວຂໍ້ວິຊາສະເພາະລະຫວ່າງອົງການວິຊາສະເພາະຂອງສອງສະພາແຫ່ງຊາດ, ຈັດຊຸດບຳລຸງດ້ານວິຊາສະເພາະກ່ຽວກັບວຽກງານການສ້າງນິຕິກຳ; ຝຶກອົບຮົມ, ບຳລຸງສ້າງໃຫ້ແກ່ພະນັກງານ. ສະພາແຫ່ງຊາດສອງປະເທດຈະຄົ້ນຄ້ວາຜັນຂະຫຍາຍສົມທົບກັນສ້າງຕັ້ງຄະນະປະຕິບັດງານຕິດຕາມກວດກາຮ່ວມກ່ຽວກັບການເຄື່ອນໄຫວຂອງບັນດາດ່ານຊາຍແດນສອງປະເທດໂດຍແນໃສ່ການແກ້ໄຂບັນຫາຫຍຸ້ງຍາກ, ປະກອບສ່ວນຊຸກຍູ້ຂໍ້ສະດວກໃນການເພີ່ມວົງເງິນການຄ້າສອງປະເທດ./.