ເດັດດ່ຽວຄັດຄ້ານແລະຮຽກຮ້ອງໃຫ້ ໄຕ້ຫວັນ ບໍ່ໄດ້ປະຕິບັດການຊ້ອມຮົບຍິງລູກປືນແທ້ຢູ່ເກາະບາບິ່ງຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ

Chia sẻ
(VOVWORLD) - ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຕາມການກຳນົດຂອງກົດໝາຍສາກົນ. 
ເດັດດ່ຽວຄັດຄ້ານແລະຮຽກຮ້ອງໃຫ້ ໄຕ້ຫວັນ ບໍ່ໄດ້ປະຕິບັດການຊ້ອມຮົບຍິງລູກປືນແທ້ຢູ່ເກາະບາບິ່ງຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ (ພາບອິນເຕີແນັດ)

ວັນທີ 21 ມີນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ  ໄຕ້ຫວັນ  ປະຕິບັດການຊ້ອມຮົບຍິງລູກປືນແທ້ ຢູ່ເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: “ຫວຽດນາມ ມີພື້ນຖານດ້ານນິຕິທຳ ແລະ ພະຍານຫຼັກຖານທາງປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອຳນາດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ຕາມການກຳນົດຂອງກົດໝາຍສາກົນ. ເລື່ອງ ໄຕ້ຫວັນ ບໍ່ຫົວຊາຕໍ່ການຄັດຄ້ານຂອງ ຫວຽດນາມ, ໄດ້ຈັດການຊ້ອມຮົບຍິງລູກປືນແທ້ຫຼາຍເທື່ອ ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ນັ້ນເປັນການກະທຳລ່ວງລະເມີດອຳນາດອະທິປະໄຕເຂດນ້ຳແດນດິນຂອງ ຫວຽດນາມ ຢ່າງຮ້າຍແຮງ ສຳລັບໝູ່ເກາະດັ່ງກ່າວ, ຂົມຂູ່ສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງທາງທະເລ, ສ້າງຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ.

ອີກເທື່ອໜຶ່ງ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ບໍ່ໄດ້ດຳເນີນການກະທຳແບບຄ້າຍຄືກັນອີກ.

ຕອບກັບ