ເກີ່​ນ​ເທີ - ວຽງ​ຈັນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ

Chia sẻ
(VOVWORLD) -    ວັນທີ 10 ມິຖຸນາ, ຄະນະພັກນະຄອນ ເກີນເທີໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນຂອງ ລາວ, ໂດຍທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫຼວງວຽງຈັນ, ເປັນຫົວໜ້າຄະນະເພື່ອປຶກສາຫາລືກ່ຽວກັບບັນດາແງ່ຫວັງໃນການຮ່ວມມືຫຼາຍຂົງເຂດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ເນັ້ນໜັກວ່າ: ທ່ານປາດຖະໜາຢາກຍູ້ແຮງການຮ່ວມມືດ້ານກະສິກຳກັບເກິນເທີ, ພິເສດແມ່ນສຳລັບບັນດາຜະລິດຕະພັນຕົ້ນຕໍຄື: ເຂົ້າສານ, ໝາກໄມ້…; ປະຕິບັດວຽກງານໜູນຊ່ວຍ ແລະ ຖ່າຍທອດບັນດາເຕັກນິກການຜະລິດເຂົ້າທີ່ນຳໃຊ້ເຕັກໂນໂລຢີສູງເພື່ອແນໃສ່ຍົກສູງສະມັດຕະພາບ ແລະ ຮັບປະກັນຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ສ່ວນຂົງເຂດປູກລ້ຽງສິນໃນນ້ຳ, ວຽງຈັນໄດ້ສະເໜີຮ່ວມມືກັບນະຄອນ ເກີນເທີໃນການຄົ້ນຄ້ວາ ແລະ ຖ່າຍທອດບັນດາເຕັກນິກກ່ຽວກັບການພັດທະນາການປູກລ້ຽງສິນໃນນ້ຳໃນເງື່ອນໄຂທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ; ສົມທົບກັນ, ຖ່າຍທອດເຕັກນິກການຜະລິດພັນສິນໃນນ້ຳ ແລະຂຸດຄົ້ນສິນໃນນ້ຳແບບຍືນຍົງ.

ການນຳວຽງຈັນໃຫ້ຮູ້ວ່າການອຳນາດການປົກຄອງຈະແບ່ງປັນ ແລະ ອັບເດດຂໍ້ມູນຂ່າວສານກ່ຽວກັບຕະຫຼາດລາວເປັນປະຈຳ; ພ້ອມທັງສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫາກິດກະສິກຳຂະໜາດໃຫຍ່ຢູ່ລາວມາຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນຢູ່ເກີນເທີ, ຈາກນັ້ນເພີ່ມທະວີການລົງທຶນໂດຍກົງເຂົ້ານະຄອນເກີນເທີ ແລະ ບັນດາທ້ອງຖິ່ນໃກ້ຄຽງ.

ຕອບກັບ