ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫງວຽນກວັ໊ກເກື່ອງ ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ຢູ່​ ​ລາ​ຊະອາ​ນາ​ຈັກ ອັງ​ກິດ

Chia sẻ
(VOVWORLD) - ໃນລະຫວ່າງ ວັນທີ 16-17 ມິຖຸນາ, ຄະນະປະຕິບັດງານກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານ ຮອງລັດຖະມົນຕີ ຫງວຽນກວ໊ກເກືອງ ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ອັງກິດ ແລະ ມີການພົບປະ, ແລກປ່ຽນກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ ອັງກິດ, ສະມາຄົມນັກສຶກສາຫວຽດນາມ ແລະ ຊາວອັງກິດເຊື້ອຊາດຫວຽດນາມດີເດັ່ນແມ່ນປັນຍາຊົນ, ນັກທຸລະກິດຫວຽດນາມ.
ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫງວຽນກວັ໊ກເກື່ອງ ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ຢູ່​ ​ລາ​ຊະອາ​ນາ​ຈັກ ອັງ​ກິດ - ảnh 1 ທ່ານ ຮອງລັດຖະມົນຕີ ຫງວຽນກວ໊ກເກືອງ ມີການພົບປະ, ແລກປ່ຽນກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ ອັງກິດ (ພາບ: TTXVN)

ໃນການພົບປະກັບສະມາຄົມຊາວຫວຽດນາມຢູ່ ອັງກິດ, ປະຊາຄົມປັນຍາຊົນຊາວຫວຽດນາມຢູ່ ອັງກິດ ໄດ້ສະແດງຄວາມຫວັງວ່າ ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດຈະໜູນຊ່ວຍຈັດຕັ້ງ “ເວທີປາໄສບັນດາສະຖາບັນມະຫາບັນ ດິດໄວໜຸ່ມຂອງໂລກ” ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດຢູ່ ຫວຽດນາມ ໃນທ້າຍເດືອນກໍລະກົດທີ່ຈະມາເຖິງ, ນີ້ແມ່ນເຫດການທີ່ມີຄວາມໝາຍທີ່ສຸດ, ເປັນບ່ອນເຕົ້າໂຮມບັນດານັກວິທະຍາສາດໜຸ່ມບໍ່ພຽງແຕ່ ຂອງຫວຽດນາມຢູ່ອັງກິດເທົ່ານັ້ນ ແຕ່ຍັງແມ່ນຂອງທົ່ວໂລກທີ່ມາຫວຽດນາມອີກດ້ວຍ. ຜ່ານນັ້ນຈະເພີ່ມທະວີເປັນຂົວເຊື່ອມກັບບັນດານັກຄົ້ນຄ້ວາໄວໜຸ່ມທີ່ຢູ່ ພາຍໃນ ແລະ ໃນໂລກ.

       ທ່ານຫງວຽນກວ໊ກເກື່ອງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອຖັນແຖວນັກສ່ຽວຊານ, ປັນຍາຊົນ, ນັກທຸລະກິດໃນປະຊາຄົມ ຊາວຫວຽດນາມຢູ່ ລາຊະອານາຈັກ ອັງກິດ ກຳລັງນັບມື້ນັບເພີ່ມຂຶ້ນນັບທັງປະລິມານ ແລະຄຸນນະພາບ. ທ່ານຮອງລັດຖະມົນຕີ ຫງວຽນກວັ໊ກເກື່ອງ ສະເໜີໃຫ້ບັນດາສະມາຄົມ ເພີ່ມທະວີການເຄື່ອນໄຫວສາມັກຄີ, ຮັກສາວັດທະນະທຳ, ພາສາຫວຽດໃຫ້ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ ຢູ່ອັງກິດ; ປະຊາຄົມປັນຍາຊົນຢູ່ອັງກິດ ຄວນຊຸກຍູ້ເລື່ອງສ້າງຕັ້ງສະມາຄົມປັນຍາຊົນຫວຽດນາມຢູ່ອັງກິດໂດຍໄວ ເພື່ອແນໃສ່ເພີ່ມທະວີຄວາມຜູກພັນໃນປະຊາຄົມປັນຍາຊົນຊາວຫວຽດນາມຢູ່ອັງກິດ ກໍ່ຄືລະຫ່ວາງປະຊາຄົມປັນຍາຊົນຊາວຫວຽດນາມຢູ່ອັງກິດກັບພາຍໃນປະເທດ ແລະ ສາກົນ.

       ໃນໄລຍະໄປຢ້ຽມຢາມລາຊະອານາຈັກອັງກິດ, ຄະນະປະຕິບັດງານກໍ່ມີການເຮັດວຽກກັບສະຖານທູດຫວຽດນາມປະຈຳ ອັງກິດ.

ຕອບກັບ