ອາໄລຫາບັນດານັກຮົບທີ່ເສຍສະຫຼະຢ່າງອົງອາດກ້າຫານຢູ່ ເກາະ ກາກມາ

Chia sẻ
(VOVWORLD) -ບັນດາຜູ້ແທນ ໄດ້ພ້ອມກັນທົບທວນຄືນປະຫວັດສາດຂອງການຕໍ່ສູ້ ອົງອາດກ້າຫານໃນເຂດທະເລ ເຈື່ອງຊາ ແລະ ການຜັນແປຂອງການຕໍ່ສູ້ປົກປັກຮັກສາ ເກາະ ກາກມາ ໃນເດືອນ ມີນາ 1988 

ວັນທີ 14 ມີນາ, ຢູ່ນະຄອນດ່າໜັງ, ຄະນະຕິດຕໍ່ມູນເຊື້ອທະຫານເຈື່ອງຊາ ໄລຍະ 1984 – 1988 ໄດ້ຈັດຕັ້ງພິທີໄວ້ອາໄລ ລະນຶກເຖິງ 31 ປີ ແຫ່ງວັນບັນດານັກຮົບກອງທັບເຮືອປະຊາຊົນຫວຽດນາມ ໄດ້ເສຍສະຫຼະຊີວິດຢູ່ເກາະ ກາກມາ ຂຶ້ນກັບໝູ່ເກາະ ເຈື່ອງຊາ (14 ມີນາ 1988 – 14 ມີນາ 2019).

ອາໄລຫາບັນດານັກຮົບທີ່ເສຍສະຫຼະຢ່າງອົງອາດກ້າຫານຢູ່ ເກາະ ກາກມາ - ảnh 1ຄະນະຕິດຕໍ່ມູນເຊື້ອທະຫານເຈື່ອງຊາ ໄລຍະ 1984 – 1988 ຈັດຕັ້ງພິທີໄວ້ອາໄລ ລະນຶກເຖິງ 31 ປີ ແຫ່ງວັນບັນດານັກຮົບກອງທັບເຮືອປະຊາຊົນຫວຽດນາມ (ພາບ:vnexpress.net)

ທີ່ພິທີໄວ້ອາໄລ, ບັນດາຜູ້ແທນ ໄດ້ພ້ອມກັນທົບທວນຄືນປະຫວັດສາດຂອງການຕໍ່ສູ້ ອົງອາດກ້າຫານໃນເຂດທະເລ ເຈື່ອງຊາ ແລະ ການຜັນແປຂອງການຕໍ່ສູ້ປົກປັກຮັກສາ ເກາະ ກາກມາ ໃນເດືອນ ມີນາ 1988 ເພື່ອສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນອັນລົ້ນເຫຼືອຕໍ່ຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງບັນດານັກຮົບ ທີ່ໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ແລະ ເສຍສະຫຼະຊີວິດເພື່ອຜືນແຜ່ນດິນອັນຄົບຖ້ວນ, ຮັກສາອໍານາດອະທິປະໄຕຂອງເຂດນ່ານນໍ້ານ່ານຟ້າອັນສັກສິດຂອງປະເທດຊາດ. ບັນດາຜູ້ແທນຢັ້ງຢືນວ່າ, ການເສຍສະຫຼະຊີວິດເລືອດເນື້ອຢ່າງອົງອາດກ້າຫານຂອງບັນດານັກຮົບນັ້ນ ແມ່ນແບບຢ່າງອັນໃສແຈ້ງໃຫ້ຄົນລຸ້ນຫຼັງຮໍ່າຮຽນ ແລະ ປະຕິບັດຕາມ.


ຕອບກັບ