ອິນໂດເນເຊຍ: ທ່ານ Joko Widodo ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ອາຍຸການທີ 2

Chia sẻ
(VOVWORLD) -ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ຄົນປັດຈຸບັນ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍໃນອາຍຸການຕໍ່ໄປ.ຕາມ ຄະນະກໍາມະການເລືອກຕັ້ງ ອິນໂດເນເຊຍ ແລ້ວ, ທ່ານ Joko Widodo ຍາດໄດ້ຊະນະ ດ້ວຍຈໍານວນບັດສະໜັບສະໜູນ ແມ່ນ 55,5% .
ອິນໂດເນເຊຍ: ທ່ານ Joko Widodo ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ອາຍຸການທີ 2 - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo  (ພາບ:AFP)

ວັນທີ 21 ພຶດສະພາ, ຄະນະກໍາມະການເລືອກຕັ້ງ ອິນໂດເນເຊຍ ໄດ້ປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ ເຊິ່ງດໍາເນີນເມື່ອເດືອນ ເມສາ ຜ່ານມາ ຢ່າງເປັນທາງການ, ໂດຍຢັ້ງຢືນວ່າ ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ຄົນປັດຈຸບັນ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍໃນອາຍຸການຕໍ່ໄປ.ຕາມ ຄະນະກໍາມະການເລືອກຕັ້ງ ອິນໂດເນເຊຍ ແລ້ວ, ທ່ານ Joko Widodo ຍາດໄດ້ຊະນະ ດ້ວຍຈໍານວນບັດສະໜັບສະໜູນ ແມ່ນ 55,5% ເມື່ອທຽບໃສ່ ຈໍານວນບັດ 44,5% ຂອງຄູ່ແຂ່ງ Prabowo Subianto, ອະດີດນາຍພົນກອງທັບ ແລະ ສະມາຊິກພັກ ຂະບວນການ ອິນໂດເນເຊຍ. ກ່າວຄໍາເຫັນຕໍ່ສື່ມວນຊົນ, ທ່ານ Arief Budiman ປະທານຄະນະກໍາມະການເລືອກຕັ້ງ ອິນໂດເນເຊຍ ກ່າວວ່າ: “ການໝາກຜົນດັ່ງກ່າວ ໄດ້ປະກາດໃນວັນທີ 21 ພຶດສະພາ ແລະ ຈະມີຜົນສັກສິດໃນທັນທີ”.

        ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານປະທານາທິບໍດີ Joko Widodo ໃຫ້ຮູ້ວ່າ ທ່ານຈະສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ເພື່ອປະຕິຮູບພື້ນຖານເສດຖະກິດຢ່າງແຮງ, ນໍາ ອິນໂດເນເຊຍ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2045. ທ່ານ Joko Widodo ມີແຜນການຫຼຸດຜ່ອນຈໍານວນສະມາຊິກໃນກົງຈັກການບໍລິຫານພາຍໃນປະເທດ, ເພີ່ມທະວີການລົງທຶນຢູ່ຕ່າງປະເທດ ແລະ ສືບຕໍ່ໂຄງການພື້ນຖານໂຄງລ່າງ ທີ່ມີມູນຄ່າ 400 ຕື້ USD.

ຕອບກັບ