ຫວຽດນາມ - ເລັດເວຍ ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

Chia sẻ
(VOVWORLD) - ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບ່ິງມິນ, ທ່ານ Edgars Rinkevics ລັດຖະມົນຕີກະຊວງການຕ່່າງປະເທດ ເລັດເວຍ ໄດ້ມີີການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 16 – 17 ກໍລະກົດ.
ຫວຽດນາມ - ເລັດເວຍ ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ - ảnh 1ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Linkevics   

ໃນຕອນບ່າຍວັນທີ 17 ກໍລະກົດ ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Linkevics ທີ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ 2 ປະເທດຄວນຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການພົບປະຢູ່ນອກເວທີປາໄສຫຼາຍຝ່າຍເພື່ອແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

    ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຈະຮ່ວມມືກັນເພື່ອຊຸກຍູ້ບັນດາວິສາຫະກິດ 2 ປະເທດຈົ່ງຄົ້ນຄ້ວາຕະຫຼາດຂອງກັນ; ເລັດເວຍສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຂອງຫວຽດນາມແຊກຊຶມເຂົ້າຕະຫຼາດເລັດເວຍ.

     ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຫວັງວ່າ ເລັດເວຍສືບຕໍ່ສະໜັບສະຫນູນ, ຊຸກຍູ້ລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EU ແລະ ສະພາແຫ່ງຊາດເລັດເວຍໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ- EU ຕາມລະບຽບການຂອງ EU.

ຫວຽດນາມ - ເລັດເວຍ ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ - ảnh 2ການເຈລະຈາລະຫວ່າງສອງຝ່າຍ (ພາບ: baoquocte.vn)

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 17 ກໍລະກົດ,ທີ່ການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບ່ິງມິນກັບທ່ານ Edgars Rinkevics ລັດຖະມົນຕີກະຊວງການຕ່່າງປະເທດ ເລັດເວຍ, ສອງຝ່າຍເຫັນດີສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສິນຄ້າສົ່ງອອກຂອງຫວຽດນາມ ຄືຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ, ເຄື່ອງຕໍາແຜ່ນຕັດຫຍິບ, ເກີບ.... ໄດ້ແຊກຊຶມເຂົ້າຕະຫຼາດຂອງ ເລັດເວຍ ແລະ ບັນດາປະເທດ Bantic ກໍຄືສິນຄ້າປະເພດຕ່າງໆ ເຊິ່ງ ເລັດເວຍ ມີທ່າແຮງ ມີໂອກາດແຊກຊຶມເຂົ້າຕະຫຼາດຂອງຫວຽດນາມ ແລະ ອາຊຽນ. 

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິນ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນກັບ ເລັດເວຍ ໃນໄລຍະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງພາກພື້ນ ແລະ ສາກົນ ລ້ວນແຕ່ມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ເລັດເວຍ ຢັ້ງຢືນວ່າ ສະໜັບສະໜູນແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ບໍ່ນໍາໃຊ້ຄວາມຮຸນແຮງ ຫຼື ນາບຂູ່ນໍາໃຊ້ຄວາມຮຸນແຮງ, ບົນພື້ນຖານເຄົາລົດກົດໝາຍສາກົນ, ພິເສດ ແມ່ນກົດບັດຂອງ ສປຊ ກ່ຽວກັບກົດໝາຍວ່າດດ້ວຍທະເລ ປີ 1982.

        ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgars Rinkevics ກໍໄດ້ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ເລັດເວຍ ໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ຈັດຕັ້ງໃນວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ. 

ຕອບກັບ