ຫວຽດ​ນາມ ເດັດ​ດ່ຽວ​ປົກ​ປ​ັກ​ຮັກ​ສາ​ເອກະ​ລາດ,ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ

Vinh Phong
Chia sẻ
(VOVWORLD) -  ຕອນເຊົ້າວັນທີ 6 ມິຖຸນາ, ຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດ ທີ່ວາລະຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ກ່ຽວກັບຍຸດທະສາດແຫ່ງການຕໍ່ສູ້ຂອງຫວຽດນາມ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ຍາວນານຢູ່ທະເລຕາເວັນອອກ
ຫວຽດ​ນາມ ເດັດ​ດ່ຽວ​ປົກ​ປ​ັກ​ຮັກ​ສາ​ເອກະ​ລາດ,ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ - ảnh 1

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ  

(ພາບ: qh.vn)

    ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ ເນັ້ນໜັກວ່າ: ຫວຽດນາມ ມີພະຍານຫຼັກຖານຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຢູ່ 2 ເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທັດສະນະຂອງຫວຽດນາມ ແມ່ນເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕເຂດທະເລໝູ່ເກາະ. ຫວຽດນາມ ກໍ່ມີແຜນນະໂຍບາຍແກ້ໄຂການຂັດແຍ້ງບົນຫຼັກການສັນຕິພາບ, ເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກົດໝາຍວ່າດ້ວຍທະເລປີ 1982, ບໍ່ນຳໃຊ້ກຳລັງອາວຸດ, ນາບຂູ່ການໃຊ້ກຳລັງອາວຸດ, ພິເສດແມ່ນບໍ່ເຮັດໃຫ້ປ່ຽນສະພາບການຢູ່ທະເລຕາເວັນອອກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິນມິນ ໃຫ້ຮູ້ວ່າ:

  ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວເສດຖະກິດຂອງຫວຽດນາມ ຢູ່ທະເລຕາເວັນອອກ ແລະ ບັນດາເຂດເສດຖະກິດພິເສດຂອງຫວຽດນາມ ຍັງມີການຜັນແປ, ຜັນຂະຫຍາຍຢ່າງເປັນປົກກະຕິ, ບັນດາກຳລັງຍັງເພີ່ມທະວີການຮັກສາການເຄື່ອນໄຫວເສດຖະກິດຕ່າງໆ ກໍ່ຄືປົກປ້ອງຊາວປະມົງເຄື່ອນໄຫວໃນເຂດທະເລຖືກຕ້ອງຕາມກົດໝາຍຫວຽດນາມ. ຫວຽດນາມ ກໍ່ເດັດດ່ຽວຕໍ່ສູ້ກັບບັນດາການກະທຳລະເມີດຕໍ່ອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ, ຜ່ານບັນດາມາດຕະການທາງການທູດ ແລະ ຈຳເປັນອື່ນໆເພື່ອປົກປັກຮັກສາອະທິປະໄຕຂອງຕົນ.

ຕອບກັບ