ຫວຽດນາມ ເຂົ້າຮ່ວມກອງປະຊຸມການນໍາຮັບຜິດຊອບດ້ານປ້ອງກັນຄວາມສະຫງົບ ຢູ່ ລັດເຊຍ

Chia sẻ
(VOVWORLD) -  ວັນທີ 18 ມິຖຸນາ, ກອງປະຊຸມສາກົນປະຈໍາປີ ການນໍາຮັບຜິດຊອບດ້ານປ້ອງກັນຄວາມສະຫງົບ ຄັ້ງທີ 10 ຖືກໄຂຂຶ້ນຢູ່ນະຄອນ Ufa, ເມືອງເອກຂອງລັດ Bashkortostan, ສະຫະພັນລັດເຊຍ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ແທນນັບຮ້ອຍໆຄົນທີ່ມາຈາກ 120 ປະເທດ ແລະ ຜູ້ຕາງໜ້າ ສປຊ.  ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດ ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.

    ພາຍໃນ 3 ວັນດໍາເນີນກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ພັດທະນາເສດຖະກິດສັງຄົມແບບຍືນຍົງ ຂອງບັນດາປະເທດໃນສະພາບທີ່ໄພນາບຂູ່ສັງລວມພວມເພີ່ມຂຶ້ນ; ການຮ່ວມມືສາກົນໃນຂົງເຂດ ຮັບມືກັບກໍລະນີມະນຸດສະທໍາຢ່າງຮີບດ່ວນ ແລະ ບັນດາແງ່ຫວັງຂອງວຽກງານດັ່ງກ່າວ ໃນໄລຍະປັດຈຸບັນ ເພື່ອແນໃສ່ຮັກສາສະຖຽນລະພາບຍຸດທະສາດ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມການນໍາຮັບຜິດຊອບດ້ານປ້ອງກັນຄວາມສະຫງົບ ຢູ່ ລັດເຊຍ - ảnh 1ທ່ານລັດຖະມົນຕີ ໂຕເລິມ ກ່າວປາໄສ  ທີ່ກອງປະຊຸມ (ພາບ: TTXVN)

        ທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີບົດກ່າວປາໄສສໍາຄັນ ກ່ຽວກັບສະພາບການຕົວຈິງ, ບັນດາໄພນາບຂູ່ເຖິງຄວາມໝັ້ນຄົງສາກົນ. ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມ ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ຮ່ວມມື ແລະ ແບ່ງປັນບົດຮຽນກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນ ເພື່ອພ້ອມກັນເພີ່ມທະວີແຫຼ່ງກໍາລັງ ແລະ ຄວາມສາມາດ ໃນການຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ໃນພາກພື້ນ ແລະ ຢູ່ແຕ່ລະປະເທດ.

        ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ມີການພົບປະກັບຜູ້ຕາງໜ້າບັນດາຄະນະຜູ້ແທນ ຈີນ, ລາວ, ກໍາປູເຈຍ ແລະ ມົງໂກນ ແລະ ມີການເຮັດວຽກກັບທ່ານຜູ້ຮັກສາການປະທານາທິບໍດີ ລັດ Bashkortostan Radi Khabirow.


ຕອບກັບ