ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການພັດທະນາເສດຖະກິດກັບລາວ

Chia sẻ
(VOVWORLD) - ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດ ແລະ ໃຫ້ບຸລິມະສິດສູງສຸດ ສຳລັບການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ
ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການພັດທະນາເສດຖະກິດກັບລາວ - ảnh 1  ທີ່ການຕ້ອນຮັບ (ພາບ: vtv1)

ໃນວັນທີ 20 ມີນາ, ທີ່ຮ່າໂນ້ຍ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ພັກກອມມູນິດ ຫວຽດນາມ ຫງວຽນວັນບິ່ງ ໄດ້ຕ້ອນຮັບຄະນະປະຕິບັດງານ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໂດຍທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຢັ້ງຢືນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດ ແລະ ໃຫ້ບຸລິມະສິດສູງສຸດ ສຳລັບການເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານ ຫງວຽນວັນບິ່ງ ກໍ່ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງ ສອງປະເທດຍັງມີຢ່າງຫຼວງຫຼາຍ, ພິເສດແມ່ນໃນຂົງເຂດເສດຖະກິດ, ເພາະສະນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບລາວ ບັນດາບົດຮຽນ ໃນຂົງເຂດການພັດທະນາເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ປ່ຽນແປງໃໝ່ລັດວິສາຫະກິດ, ພັດທະນາເສດຖະກິດເອກະຊົນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

ສ່ວນທ່ານ ບົວສອນ ບຸບຜາວັນ ສະແດງຄວາມປາຖະໜາຢາກໃຫ້ການພົວພັນຮ່ວມມື ລະຫວ່າງ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ ແລະ ບັນດາອົງການຂອງ ຫວຽດນາມ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນໄລຍະທີ່ຈະມາເຖິງ

ຕອບກັບ