ສ້າງລາຍໄດ້ກວ່າ 96 ຕື້ USD ຈາກການພັດທະນາແລວທ່ອງທ່ຽວທາງທິດໃຕ້ແມ່ນໍ້າຂອງ

Chia sẻ
(VOVWORLD) -ຕາມຕົວເລກຫ້ອງການປະສານງານທ່ອງທ່ຽວ ແມ່ນໍ້າຂອງ 4 ປະເທດແລວທາງທິດໃຕ້ ໃນປີຜ່ານມາໃຫ້ເຫັນວ່າ ບັນດາປະເທດເຫົຼ່ານັ້ນໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 63 ລ້ານເທື່ອຄົນ, ເພີ່ມຂຶ້ນ ກວ່າ 10% ເມື່ອທຽບໃສ່ປີ 2017.
ສ້າງລາຍໄດ້ກວ່າ 96 ຕື້ USD ຈາກການພັດທະນາແລວທ່ອງທ່ຽວທາງທິດໃຕ້ແມ່ນໍ້າຂອງ - ảnh 1 ບັນດາປະເທດ ແລວທ່ອງທ່ຽວທາງທິດໃຕ້ຮ່ວມມືກັນພັດທະນາການທ່ອງທ່ຽວ (ພາບ:tbdn.com.vn)

 ວັນທີ 14 ສິງຫາ, ຢູ່ນະຄອນເກິນເທີ, ກົມໃຫຍ່ທ່ອງທ່ຽວຂຶ້ນກັບກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6 ກ່ຽວກັບການຮ່ວມມືແລວທ່ອງທ່ຽວທາງທິດໃຕ້ ດ້ວຍການເຂົ້າຮ່ວມຂອງອົງການຄຸ້ມຄອງການທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວຂອງ 4 ປະເທດ ເຊິ່ງລວມມີ: ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ. ທີ່ກອງປະຊຸມ, ທ່ານຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ ແຕ່ລະປີ, ບັນດາປະເທດທ່ອງທ່ຽວທາງພາກໃຕ້ເຂດອະນຸພາກພື້ນ ແມ່ນໍ້າຂອງ ເປີດກວ້າງ ລ້ວນແຕ່ຈັດຕັ້ງກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວ, ຜັນຂະຫຍາຍການເຊື່ອມຕໍ່ພັດທະນາ, ສ້າງເປັນບັນດາເສັ້ນທາງທ່ອງທ່ຽວ, ບໍລິການທ່ອງທ່ຽວລະຫວ່າງຊາດຮ່ວມກັນ. ຜ່ານນັ້ນ ປຶກສາຫາລືບັນດາບໍລິການທ່ອງທ່ຽວຢ່າງລະອຽດ ເພື່ອຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນກໍ່ສ້າງ, ຜັນຂະຫຍາຍລາຍການທ່ອງທ່ຽວ, ສາຍການທ່ອງທ່ຽວ ເພື່ອແນໃສ່ພັດທະນາບັນດາຜະລິດຕະພັນ, ບໍລິການທ່ອງທ່ຽວໃຫມ່.

ຕາມຕົວເລກຫ້ອງການປະສານງານທ່ອງທ່ຽວ ແມ່ນໍ້າຂອງ 4 ປະເທດແລວທາງທິດໃຕ້ ໃນປີຜ່ານມາໃຫ້ເຫັນວ່າ ບັນດາປະເທດເຫົຼ່ານັ້ນໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 63 ລ້ານເທື່ອຄົນ, ເພີ່ມຂຶ້ນ ກວ່າ 10% ເມື່ອທຽບໃສ່ປີ 2017, ການທ່ອງທ່ຽວພາຍໃນເຂດບັນລຸເກືອບ 6,7 ລ້ານເທື່່ອຄົນ ກວມເອົາເກືອບ 11% ຍອດຈຳນວນແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ 4 ປະເທດ, ລາຍຮັບຈາກຂະແຫນງທ່ອງທ່ຽວແມ່ນ ກວ່າ 96 ຕື້ USD.

ຕອບກັບ