ສ້າງຕັ້ງສະຫະສະມາຄົມພັດ​ຕະ​ຄານ ອາຊຽນ

Chia sẻ
(VOVWORLD) - ງານຕະຫລາດນັດວາງສະແດງຊາ, ກາເຟ, ອາຫານການກິນ ແລະ ພັດຕະຄານສາກົນປີ 2019 ໄດ້ໄຂຂຶ້ນໃນວັນທີ 21 ມີນາ ຢູ່ສູນວາງສະແດງ Marina Bay Sands, ປະເທດ ສິງກະໂປ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 250 ແຫ່ງທີ່ມາຈາກ 28 ປະເທດ ແລະ ເຂດແຄວ້ນໃນໂລກ.

 ບໍລິສັດອາຫານການກິນ Gold Nuts, ສະຫະສະມາຄົມ ພັດຕະຄານ ຫວຽດນາມ (RAV) ແລະ ວິສາຫະກິດອື່ນບາງແຫ່ງເຂົ້າຮ່ວມງານຕະຫລາດນັດ.

        ທີ່ພິທີໄຂງານວາງສະແດງ, RAV ພ້ອມກັບບັນດາຄູ່ຮ່ວມມືຂອງ ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ ແລະ ກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສ້າງຕັ້ງສະຫະສະມາຄົມ ພັດຕະຄານ ອາຊຽນ. ສະຫະສະມາຄົມ ພັດຕະຄານ ອາຊຽນ ໄດ້ຮັບການສ້າງຕັ້ງດ້ວຍ 4 ວິໄສທັດລວມ ແລະ ສຳຄັນ ເຊິ່ງລວມມີຄຳໝັ້ນສັນຍາກ່ຽວກັບຄຸນນະພາບ, ການອຸທິດສ່ວນໃຫ້ການສຶກສາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການແລກປ່ຽນການຮ່ວມມືລະຫວ່າງບັນດາຝ່າຍ.

ຕອບກັບ