ສະເໜີ UNESCO ຮັບຮອງອຸໂມງ ກູ໋ຈີ ເປັນມໍລະດົກໂລກ

Chia sẻ
(VOVWORLD) -  ຖ້າຫາກອຸໂມງ ກູ໋ຈີ ໄດ້ຮັບການຮັບຮອງເປັນມໍລະດົກໂລກ, ນະຄອນ ໂຮ່ຈີມິນ ຈະມີເງື່ອນໄຂຮຽກຮ້ອງການລົງທຶນຕື່ມອີກ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ກູ໋ຈີ.
ສະເໜີ UNESCO ຮັບຮອງອຸໂມງ ກູ໋ຈີ ເປັນມໍລະດົກໂລກ - ảnh 1ອຸໂມງ ກູ໋ຈີ 

ນະຄອນ ໂຮ່ຈີມິນ ພວມສ້າງສຳເນົາເອກະສານສະເໜີອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງເຂດປູສະນີຍະສະຖານປະຫວັດສາດອຸໂມງ ກູ໋ຈີ ເປັນມໍລະດົກໂລກ. ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມອບໃຫ້ພະແນກການພົວພັນຕ່າງປະເທດ ຂໍຄຳເຫັນຈາກກະຊວງການຕ່າງປະເທດກ່ຽວກັບບັນຫານີ້. ນະຄອນ ໂຮ່ຈີມິນ ກໍ່ມອບໃຫ້ພະແນກວັດທະນະທຳ ແລະ ກິລາ ປະຕິບັດບັນດາລະບຽບການທີ່ກ່ຽວຂ້ອງ.

        ຖ້າຫາກອຸໂມງ ກູ໋ຈີ ໄດ້ຮັບການຮັບຮອງເປັນມໍລະດົກໂລກ, ນະຄອນ ໂຮ່ຈີມິນ ຈະມີເງື່ອນໄຂຮຽກຮ້ອງການລົງທຶນຕື່ມອີກ ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ກູ໋ຈີ.

ຕອບກັບ