ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກ​ຣນ ​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ ອ​າ​ຊຽນ ​ເນື່ອງ​ໃນ​ໂອກ​າດ​ວັນສ້າງ​ຕັ້ງ ​ອາ​ຊຽນ ວັ​ນ​ທີ 8 ສິງ​ຫາ

Chia sẻ
(VOVWORLD) -ໃນວັນທີ 8 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ຢູແກຣນ ໄດ້ຈັດຕັ້ງພິທີຊັກທຸງສະມາຄົມປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຂຶ້ນຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ.
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກ​ຣນ ​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ ອ​າ​ຊຽນ ​ເນື່ອງ​ໃນ​ໂອກ​າດ​ວັນສ້າງ​ຕັ້ງ ​ອາ​ຊຽນ ວັ​ນ​ທີ 8 ສິງ​ຫາ - ảnh 1ພິທີຊັກທຸງ ອາຊຽນ ຢູ່ ສະຖານທູດ ຫວຽດນາມ ປະຈຳ ຢູແກຣນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແອັງຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຣນ ໄດ້ສະຫຼຸບໂດຍສັງເຂບກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ, ບັນດາຜົນງານອັນດີເດັ່ນເຊິ່ງ ອາຊຽນ ບັນລຸໄດ້ໃນໄລຍະທີ່ຜ່ານມາ. ສະເພາະສຳລັບ ຫວຽດນາມ, ພາຍຫຼັງ 24 ປີທີ່ເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການໃນການເຂົ້າຮ່ວມບັນດາການເຄື່ອນໄຫວລວມ ແລະ ໄດ້ປະກອບສ່ວນຍົກສູງບົດບາດຂອງຕົນໃນພາກພື້ນ ແລະ ສາກົນ. ຫວຽດນາມມີຄວາມເອກອ້າງທະນົງໃຈ ແລະ ໄດ້ເປັນກຽດທີ່ໄດ້ເປັນສະມາຊິກ ອາຊຽນ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ໜູນຊ່ວຍຂອງບັນດາປະເທດສະມາຊິກ ອາຊຽນ ກໍ່ຄື ບັນດາປະເທດຄູ່ຮ່ວມມືໃນຕະຫຼອດ 20 ກວ່າປີທີ່ຜ່ານມາ.

        ສ່ວນຜູ້ຕາງໜ້າກະຊວງການຕ່າງປະເທດ ຢູແກຣນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ຢູແກຣນ ແລະ ບັນດາປະເທດອາຊຽນຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາກ່ວາອີກ. ພ້ອມທັງສະແດງຄວາມຫວັງວ່າ ໃນຖານະຕຳແໜ່ງເປັນປະທານອາຊຽນໃນປີ 2020, ຫວຽດນາມຈະຊຸກຍູ້ເພື່ອໃຫ້ສັນຍາແມ່ກ່ຽວກັບການຮ່ວມມືລະຫວ່າງ ຢູແກຣນ ແລະ ອາຊຽນຈະໄດ້ຮັບການລົງນາມໂດຍໄວ.

ຕອບກັບ