ສື່ມວນ​ຊົນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູດ​ປະ​ຊາ​ຊົນ

Anh Huyen
Chia sẻ
(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2019), ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຈັດການພົບປະກັບຜູ້ຕາງໜ້າບັນດາອົງການສຳນັກຂ່າວສານ, ສື່ມວນຊົນ.
ສື່ມວນ​ຊົນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູດ​ປະ​ຊາ​ຊົນ - ảnh 1

ສະພາບການພົບປະແລກປ່ຽນ

     ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນບົດບາດ, ທີ່ຕັ້ງເປັນກຳລັງຫຼັກແຫຼ່ງຂອງການທູດປະຊາຊົນ. ບໍ່ພຽງແຕ່ມານະພະຍາຍາມເປີດກ້ວາງການພົວພັນສາມັກຄີ, ມິດຕະພາບ, ຮ່ວມມືກັບປະຊາຊົນໃນໂລກເທົ່ານັ້ນ, ການທູດປະຊາຊົນຍັງໄດ້ປະກອບສຽງເວົ້າອັນຕັ້ງໜ້າເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນໂລກອີກດ້ວຍ, ການທູດປະຊາຊົນຍັງຂົນຂວາຍ, ຕໍ່ສູ້, ປົກປ້ອງ ແລະ ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ພິເສດແມ່ນໃນບັນດາບັນຫາຄື: ອະທິປະໄຕເຂດຊາຍແດນຜືນແຜ່ນດິນ, ປະຊາທິປະໄຕ, ສິດທິມະນຸດ, ສາສະໜາ, ປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນເຂົ້າໃຈກ່ຽວກັບສະພາບການຢູ່ຫວຽດນາມ ຢ່າງຖືກຕ້ອງ, ຍາດແຍ່ງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນຂອງເພື່ອນມິດສາກົນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ. ບັນດາຜົນສຳເລັດດັ່ງກ່າວກໍ່ຍ້ອນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງບັນດາສຳນັກຂ່າວສານສື່ມວນຊົນຫວຽດນາມ.

ສື່ມວນ​ຊົນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູດ​ປະ​ຊາ​ຊົນ - ảnh 2

ການແລກປ່ຽນລະຫວ່າງປະທານສະຫະພັນກັບບັນດານັກຂ່າວ

    ໃນໄລຍຈະມາເຖິງ, ຫວຽດນາມ ຈະຈັດຫຼາຍເຫດການທາງການທູດສຳຄັນ, ພິເສດ, ປີ 2020, ຫວຽດນາມ ຈະຮັບຜິດຊອບທັງໜ້າທີ່ເປັນປະທານອາຊຽນ 2020 ທັງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ວຽກງານການທູດປະຊາຊົນ ຍິ່ງຕ້ອງໄດ້ຮັບການຍູ້ແຮງກ່ວາອີກ ເພື່ອແນໃສ່ລະດົມການສະໜັບສະໜູນ ແລະ ສາມັກຄີສາກົນຢ່າງກວ້າງຂວາງ, ປະກອບສ່ວນເຂົ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມສາກົນແຫ່ງສັນຕິພາບ, ສະຖຽນລະພາບ, ອຳນວຍຄວາມສະດວກໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ຍົກສູງທີ່ຕັ້ງສາກົນຂອງຫວຽດນາມ. ໃນໜ້າທີ່ດັ່ງກ່າວ, ສື່ມວນຊົນຕ້ອງສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງພ້ອມກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ປະຕິບັດໜ້າທີ່ໃຫ້ສຳເລັດ.

ຕອບກັບ