ວິໄສທັດພັດທະນາຂອງທ່ານປະທານາທິບໍດີ ອິນໂດເນເຊຍ ໃນອາຍຸການທີສອງ

Chia sẻ
(VOVWORLD) - ການນໍາອິນໂດເນເຊຍ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ເຊື້ອເຊີນບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ ອິນໂດເນເຊຍ.
ວິໄສທັດພັດທະນາຂອງທ່ານປະທານາທິບໍດີ ອິນໂດເນເຊຍ ໃນອາຍຸການທີສອງ - ảnh 1 ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo

  ກ່່າວຄໍາເຫັນໃນວັນທີ 14 ກໍລະກົດ ຕໍ່ໜ້າຜູ້ສະໜັບສະໜູນນັບພັດນຄົນຢູ່ນະຄອນຫຼວງ Jakarta, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອີກສະໄໝໜຶ່ງ ໃຫ້ຄໍາໝັ້ນສັນຍາວ່າ ໃນອາຍຸການທີສອງນີ້, ລັດຖະບານຂອງທ່ານ ຈະເອົາໃຈໃສ່ເຖິງການພັດທະນາພື້ນຖານໂຄງລ່າງ, ໂຄງການດໍາເນີນງານຕົ້ນຕໍໃນອາຍຸການທໍາອິດ ໃຫ້ຫຼາຍກວ່າອີກ, ເພີ່ມທະວີການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ບັນດາທ່າກໍ່າປັ່່ນ ແລະ ສະໜາມບິນໃນທົ່ວປະເທດ ກາຍເປັນສູນກະສິກໍາ ແລະ ທ່ອງທ່ຽວ. ລັດຖະບານ ກໍຍັງຈະເອົາໃຈໃສ່ເຖິງການປັບປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດອີກດ້ວຍ.

      ການນໍາອິນໂດເນເຊຍ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ເຊື້ອເຊີນ, ຮຽກຮ້ອງບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ ອິນໂດເນເຊຍ.

        ປັດຈຸບັນ ອິນໂດເນເຊຍ ພວມມານະພະຍາຍາມຍູ້ແຮງລະດັບເຕີບໂຕເສດຖະກິດໃຫ້ສູງກວ່າ ເມື່ອທຽບໃສ່ລະດັບເຕີບໂຕສະເລ່ຍ 5% ໃນຊຸມປີມໍ່ໆມານີ້.


ຕອບກັບ