ວິ​ສາ​ຫະ​ກິດ ​ເອີ​ລົບ​ ສະ​ໜັບ​ສະ​ໜູນ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ FTA ກັບ ຫວຽດ​ນາມ ໂດຍ​ໄວ

Chia sẻ
(VOVWORLD) -       ທີ່ການພົບປະ, ທ່ານ ເຈີ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ອັບເດດ ບັນດາການຜັນແປໃໝ່ຫຼ້າສຸດທີ່ກ່ຽວຂ້ອງເຖິງ EVFTA ແລະ EVIPA. ທ່ານ ລັດຖະມົນຕີ ໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະ ການຄ້າກໍ່ຄືບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ມີຄວາມຮັບຜິດຊອບໃນການລົງນາມໃນບັນດາສັນຍາ ແລະ ຕໍ່ຈາກນັ້ນແມ່ນປະຕິບັດພາຍຫຼັງສະພາແຫ່ງຊາດຫວຽດນາມໄດ້ໃຫ້ສັດຕະຍາບັນ.
ວິ​ສາ​ຫະ​ກິດ ​ເອີ​ລົບ​ ສະ​ໜັບ​ສະ​ໜູນ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ FTA ກັບ ຫວຽດ​ນາມ ໂດຍ​ໄວ - ảnh 1ການພົບປະລະຫວ່າງທ່ານ ເຈີ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບຜູ້ຕາງໜ້າຂອງບັນດາສະມາຄົມວິສາຫະກິດ ເອີລົບ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພາບເອີລົບ (EU) ແລະ ລາຊະອານາຈັກ ແບນຊິກ, ວັນທີ 18 ມິຖຸນາ, ທ່ານ ເຈີ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າຂອງບາງສະຫະສະມາຄົມວິສາຫະກິດ ເອີລົບ ເພື່ອແນໃສ່ແລກປ່ຽນກ່ຽວກັບບັນດາຄວາມມານະພະຍາຍາມໃນການຊຸກຍູ້ສະພາເອີລົບພິຈາລະນາມອບສິດໃຫ້ແກ່ຄະນະກຳມະການ ເອີລົບ (EC) ລົງນາມສັນຍາສອງສະບັບແມ່ນ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EU (EVFTA)  ແລະ ສັນຍາອາລັກຂາການລົງທຶນລະຫວ່າງສອງຝ່າຍ (EVIPA).

        ທີ່ການພົບປະ, ທ່ານ ເຈີ່ນຕ໊ວນແອັງ ໄດ້ອັບເດດ ບັນດາການຜັນແປໃໝ່ຫຼ້າສຸດທີ່ກ່ຽວຂ້ອງເຖິງ EVFTA ແລະ EVIPA. ທ່ານ ລັດຖະມົນຕີ ໃຫ້ຮູ້ວ່າ ກະຊວງອຸດສາຫະກຳ ແລະ ການຄ້າກໍ່ຄືບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ມີຄວາມຮັບຜິດຊອບໃນການລົງນາມໃນບັນດາສັນຍາ ແລະ ຕໍ່ຈາກນັ້ນແມ່ນປະຕິບັດພາຍຫຼັງສະພາແຫ່ງຊາດຫວຽດນາມໄດ້ໃຫ້ສັດຕະຍາບັນ.

        ແລະກໍ່ໃນການພົບປະ, ຜູ້ຕາງໜ້າຂອງບັນດາສະມາຄົມວິສາຫະກິດ ເອີລົບ ໄດ້ແບ່ງປັນຄຳເຫັນເຈາະຈ້ີມ, ຕີລາຄາກໍ່ຄືມີແຜນການ ແລະ ແນວຄວາມຄິດຢ່າງລະອຽດເພື່ອພ້ອມກັບລັດຖະບານ ຫວຽດນາມ ແລະ ລັດຖະບານບັນດາປະເທດ ເອີລົບ ຍູ້ໄວການລົງນາມ ແລະ ໃຫ້ສັດຕະຍາບັນບັນດາສັນຍາ. ຂໍ້ມູນໃນການແບ່ງປັນຂອງວິສາຫະກິດ ເອີລົບ ບໍ່ພຽງແຕ່ກ່ຽວຂ້ອງເຖິງ FTA ເທົ່ານັ້ນຫາກຍັງລວມມີບັນຫາຕ່າງໆຄືບັນດາຂອບເຂດການຮ່ວມມືໃນຂະໜາດກ້ວາງຂວາງກ່ວາ, ມີລັກສະນະແບບຍືນຍົງ ແລະ ມີຄວາມໝາຍຍຸດທະສາດຕໍ່ການພົວພັນທາງການຄ້າລະຫວ່າງ ຫວຽດນາມ - EU ອີກດ້ວຍ.

ຕອບກັບ