ວິ​ສາ​ຫະ​ກິດ ອີ​ຕາ​ລີ ຊອກ​ຫາ​ໂອ​ກາດ ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ

Chia sẻ
(VOVWORLD) -   ໃນລະຫວ່າງວັນທີ 17 – 18 ມິຖຸນາ, ຢູ່ນະຄອນ Turin, ທາງທິດເໜືອປະເທດ ອີຕາລີ, ຫ້ອງການການຄ້າ Turin, ມະຫາວິທະຍາໄລ Turin ໄດ້ສົມທົບກັບສະຖະທູດບັນດາປະເທດ ອາຊຽນ ປະຈຳ ອີຕາລີ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງ ອາຊຽນ” ເພື່ອແນໃສ່ຊຸກຍູ້ໂອກາດຮ່ວມມືດຳເນີນທຸລະກິດຂອງບັນດາວິສາຫະກິດໃນນະຄອນ Turin ແລະ ເຂດ Piemonte (ນະຄອນ Turin ແມ່ນເມືອງເອກຂອງ ເຂດ Piemonte) ກັບບັນດາປະເທດ ອາຊຽນ.

ວິ​ສາ​ຫະ​ກິດ ອີ​ຕາ​ລີ ຊອກ​ຫາ​ໂອ​ກາດ ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1

ເອກອັກຄະລັດຖະທູດບັນດາປະເທດອາຊຽນປະຈຳ ອີຕາລີເຂົ້າຮ່ວມເຫດການ (ພາບ: ຮູຍທົງ/TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ເຫດການ, ທ່ານນາງ ຫງວຽນທິບິ໊ກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ  ອີຕາລີ ໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ອີຕາລີ ມີການພົວພັນທີ່ເປັນມູນເຊື້ອອັນດີງາມທັງດ້ານການເມືອງ ແລະ ເສດຖະກິດດ້ວຍບັນດາກົນໄກການຮ່ວມມື, ການໂອ້ລົມສົນທະນາສອງຝ່າຍ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ ການພົວພັນຍຸດທະສາດລະຫວ່າງ ສອງປະເທດ ເລິກເຊິ່ງກ່ວາອີກ, ນຳ ຫວຽດນາມ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດ ຂອງ ອີຕາລີ ຢູ່ ອາຊຽນ.

        ເມື່ອຕີລາຄາ ກ່ຽວກັບຕະຫຼາດ ຫວຽດນາມ, ທ່ານ Fulvio Albano ຫົວໜ້າຫ້ອງການການຄ້າ ອີຕາລີ - ຫວຽດນາມໃຫ້ຮູ້ວ່າ:  ຫວຽດນາມ ແມ່ນ ຕະຫຼາດທີ່ມີຄວາມດຶງດູດໃຈສຳລັບວິສາຫະກິດເອີລົບຫຼາຍແຫ່ງ, ໃນນັ້ນມີວິສາຫະກິດຫຼາຍແຫ່ງໄດ້ມີໜ້າຢູ່ ຫວຽດນາມ ແລ້ວ ເພື່ອຄອງຕະຫຼາດ. ສິ່ງນີ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ອີຕາລີ ຕ້ອງກຳໄດ້ຕະຫຼາດ ຫວຽດນາມ ຢ່າງວ່ອງໄວ ແລະ ສົ່ງເສີມບັນດາການຮ່ວມມືລົງທຶນໂດຍໄວເພື່ອບໍ່ໃຫ້ພາດໂອກາດ ແລະ ຍາດໄດ້ຕະຫຼາດຈາກບັນດາຄູ່ແຂ່ງອື່ນໆ.

ຕອບກັບ