ວັນຊີວະນາໆພັນ ສາກົນ (22/5)

Chia sẻ
(VOVWORLD) -ວັນທີ 22 ພຶດສະພາ ຢູ່ ແຂວງ ນິງບີງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມໄດ້ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ນິງບີງ ຈັດຕັ້ງພິທີປຸກລະດົມບັນດາການເຄື່ອນໄຫວຕອບສະຫນອງ ວັນ ຊີວະນາໆພັນສາກົນ ປີ 2019. 

ວັນຊີວະນາໆພັນ ສາກົນ (22/5) - ảnh 1ທ່ານ ຫວໍຕວນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມມອບໃບຢັ້ງຢືນເຂດ Ramsarໃຫ້ແກ່ເຂດອະນຸລັກຮັກສາທຳມະຊາດເຂດດິນນ້ຳຖ້ວມ ເວີນລອງ 

ພາບ: baotainguyenmoitruong.vn

ການເຄື່ອນໄຫວຕ່າງໆໃນໂອກາດນີ້ແມ່ນເພື່ອແນໃສ່ຊຸກຍູ້ ເລື່ອງຊອກຮູ້ບັນດາຄວາມຮູ້ ແລະ ເພີ່ມທະວີມູນເຊື້ອກ່ຽວກັບສາຍກ່ຽວພັນລະຫວ່າງອາຫານ, ທາດບຳລຸງ ແລະ ສຸຂະພາບຂອງມະນຸດ ກັບຊີວະນາໆພັນ, ປະກອບສ່ວນຫລຸດຜ່ອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູ ລະບົບຊີວະພາບ, ເຮັດໃຫ້ແຫລ່ງນ້ຳສະອາດ ແລະ ບໍ່ມີໄພອຶດຫິວ, ເຊີດຊູຄວາມເປັນຫລາຍຮູບແບບ, ອຸດົມສົມບູນຂອງທຳມະຊາດ.

ທີ່ພິທີປຸກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ມອບໃບຢັ້ງຢືນເຂດ Ramsar ໃຫ້ແກ່ເຂດອະນຸລັກຮັກສາທຳມະຊາດເຂດດິນນ້ຳຖ້ວມ ເວີນລອງ ແຂວງ ນິງບີງ. ນີ້ແມ່ນເຂດ Ramsar ແຫ່ງທີ 9 ຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍຕວນເຍີນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:

“ການຮັບຮອງບັນດາເຂດ Ramsar ຢູ່ ຫວຽດນາມ ແມ່ນການເຊີດຊູບັນດາຄຸນຄ່າຂອງຊີວະນາໆພັນ ແລະ ພ້ອມກັນນັ້ນ ພວກເຮົາມີໂອກາດເພື່ອອະນຸລັກຮັກສາ, ເສີມຂະຫຍາຍຊີວະນາໆພັນທີ່ພວມນັບມື້ນັບໝົດກ້ຽງຂອງໂລກ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ພິເສດ ບັນດາເຂດ Ramsar ນີ້ ແມ່ນບ່ອນສະສົມການອະນຸລັກຮັກສາຊີວະນາໆພັນ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ຮັບໃຊ້ໃຫ້ການທ່ອງທ່ຽວ ແລະ ພັດທະນາແບບຍືນຍົງ.

ຕອບກັບ