ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ​ ຂອບ​ໃຈ ຫວຽດ​ນາມ ເມື່ອ​ກູ້​ໄພ​ລູກ​ເຮືອ​ທີ່​ຖືກ​ເຄາະ​ຮ້າຍ​ຢູ່ ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) -ທ່ານ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Locsin ໄດ້ເວົ້າ ວ່າ ປະເທດຂອງທ່ານຮູ້ບຸນຄຸນຂອງ ຫວຽດນາມຕະຫຼອດໄປ ເພື່ອຍ້ອນມີຈິດໃຈດີ ແລະ ມີການກະທຳທີ່ເຕັມໄປດ້ວຍລັກສະນະມະນຸດສະທຳນີ້.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ​ ຂອບ​ໃຈ ຫວຽດ​ນາມ ເມື່ອ​ກູ້​ໄພ​ລູກ​ເຮືອ​ທີ່​ຖືກ​ເຄາະ​ຮ້າຍ​ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Locsin (ພາບ: rappler.com

ວັນທີ 18 ມິຖຸນາ, ໃນພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Locsin ໄດ້ສົ່ງຄຳຂອບໃຈເຖິງ ຫວຽດນາມ ເພາະວ່າໄດ້ກູ້ໄພລູກເຮືອ 22 ຄົນ ຂອງເຮືອຫາປ່າທີ່ເກີດອຸບັດຕິເຫດຢູ່ທະເລຕາເວັນອອກ.

ທ່ານລັດຖະມົນຕີການຕ່າງປະເທດ Teodoro Locsin ໃຫ້ຮູ້ວ່າ ລູກເຮືອ 22 ຄົນນັ້ນຖືກ ປະລອຍຢູ່ທະເລຈົນເຖິງເວລາທີ່ເຮືອ ຫວຽດນາມລຳໜຶ່ງມາຊ່ວຍກູ້ໄພ. ໃນຄຳກ່າວປາໄສຂອງຕົນ, ນັກການທູດ ຟີລິບປິນ ໄດ້ເວົ້າ ວ່າ ປະເທດຂອງທ່ານຮູ້ບຸນຄຸນຂອງ ຫວຽດນາມຕະຫຼອດໄປ ເພື່ອຍ້ອນມີຈິດໃຈດີ ແລະ ມີການກະທຳທີ່ເຕັມໄປດ້ວຍລັກສະນະມະນຸດສະທຳນີ້.

        ເນື່ອງໃນໂອກາດນີ້, ທ່ານໄດ້ຮຽກຮ້ອງບັນດາປະເທດສະມາຊິກ ສປຊ ຕ້ອງປະຕິບັດບັນດາສົນທິສັນຍານີ້ໃນກໍລະນີໃນສະພາບຄວາມເປັນຈິງເມື່ອຜູ້ຖືກເຄາະຮ້າຍຕ້ອງປະເຊີນໜ້າກັບຄວາມເປັນຕາຍ.

ຕອບກັບ