ພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ 12 ຊຸດ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ຊຸດ ຕາມພິທີທາງການທະຫານ.
ພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ 12 ຊຸດ - ảnh 1 ບັນດາອັດຖິທັງໝົດແມ່ນກອງທ້ອນໂຮມອັດຖິທະຫານອາສາສະໝັກ ທະຫານເຂດ 2 ຊອກຫາ ຂຸດຄົ້ນ, ທ້ອນໂຮມ ແລະ ດໍາເນີນການມອບ - ຮັບໃຫ້ທ້ອງຖິ່ນນໍາກັບເມືອປົງຢູ່ບ້ານເກີດເມືອງນອນ 

        ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດ ໄດ້ທ້ອນໂຮມຂຸດຄົ້ນເອົາກັບຄືນເມືອປະເທດໃນຄັ້ງນີ້ ລວມມີ ຂຸມຝັງສົບ 1 ຂຸມ ໂດຍປະຊາຊົນລາວ ຝັງຢູ່ບ້ານ ນາແລ, ເມືອງ ງອຍ, ແຂວງຫຼວງພະບາງ ແລະ 11 ຊຸດທີ່ຍັງເຫຼືອ ໄດ້ຝັງຮ່ວມກັນ 2 ຂຸມນັ້ນ ແມ່ນໄດ້ຮັບການຢັ້ງຢືນວ່າ ເສຍສະຫຼະຊີວິດຢູ່ພູ ສໍາພັນ ແລະ ປະຊາຊົນທ້ອງຖິ່ນ ໄດ້ຝັງຢູ່ບ້ານ ຫ້ວຍຊາລາດ, ເມືອງງາ, ແຂວງອຸດົມໄຊ. ບັນດາອັດຖິທັງໝົດເຫຼົ່ານັ້ນ ແມ່ນກອງທ້ອນໂຮມອັດຖິທະຫານອາສາສະໝັກ ທະຫານເຂດ 2 ຊອກຫາ ຂຸດຄົ້ນ, ທ້ອນໂຮມ ແລະ ດໍາເນີນການມອບ - ຮັບໃຫ້ທ້ອງຖິ່ນນໍາກັບເມືອປົງຢູ່ບ້ານເກີດເມືອງນອນ.


 

ຕອບກັບ