ປ່ຽນແປງໃໝ່ ແຫຼ່ງຊັບພະຍາກອນມະນຸດໃນຂະແໜງບັນຊີ ແລະ ກວດສອບໃນໄລຍະເຊື່ອມໂຍງສາກົນ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາທີມີຫົວຂໍ້ວ່າ : “ ຂະແໜງບັນຊີຫວຽດນາມ - ອະນາຄົດ ແລະ ແງ່ຫວັງ”
ປ່ຽນແປງໃໝ່ ແຫຼ່ງຊັບພະຍາກອນມະນຸດໃນຂະແໜງບັນຊີ ແລະ ກວດສອບໃນໄລຍະເຊື່ອມໂຍງສາກົນ - ảnh 1 ກອງປະຊຸມສຳມະນາທີມີຫົວຂໍ້ວ່າ : “ ຂະແໜງບັນຊີຫວຽດນາມ - ອະນາຄົດ ແລະ ແງ່ຫວັງ”

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ເນັ້ນໜັກວ່າ : ໃນໄລຍະທີ່ຈະມາເຖິງ, ການເຊື່ອມໂຍງເສດຖະກິດສາກົນທີ່ນັບມື້ນັບເລິກເຊິ່ງ, ຮອບດ້ານນັ້ນ, ປະຊາຄົມເສດຖະກິດອາຊຽນຈະເຄື່ອນໄຫວ ມຸ່ງໄປສູ່ການຫັນເປັນໂລກາພິວັດທາງດ້ານເສດຖະກິດ-ການເງິນ. ມີສັນຍາ, ສົນທິສັນຍາສາກົນ, ຄຳໝັ້ນສັນຍາສາກົນຫຼາຍສະບັບຈະໄດ້ຮັບການລົງນາມ ແລະ ຜັນຂະຫຍາຍ ຊຶ່ງອະນຸຍາດໃຫ້ແຫຼ່ງຊັບພະຍາກອນມະນຸດໃນຂະແໜງບັນຊີ ແລະ ກວດສອບເຄື່ອນຍ້າຍຢ່າງເສລີກ່ວາເກົ່າ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ໃຫ້ຄຳຕັກເຕືອນວ່າ : ຂະແໜງບັນຊີ ແລະ ກວດສອບຄວນປ່ຽນແປງໃໝ່ທາງດ້ານລະບອບລະບຽບການ, ປະກາດໃຊ້ຂໍ້ກຳນົດທາງດ້ານກົດໝາຍ, ປະກາດໃຊ້ບັນດານະໂຍບາຍບັນຊີ ຕະຫຼອດຮອດການປ່ຽນແປງໃໝ່ວິວັດທະນາການບັນຊີ, ກວດສອບ, ກະກຽມແຫຼ່ງຊັບພະຍາກອນມະນຸດໃໝ່ໃຫ້ແກ່ອະນາຄົດ.      

ຕອບກັບ