ປະຕິກິລິຍາຂອງວົງການນັກການເມືອງ ກຳປູເຈຍ ກ່ຽວກັບຄຳປາໄສຂອງນາຍົກລັດຖະມົນຕີ ສິງກະໂປ

Chia sẻ
(VOVWORLD) - ຄວາມຈິງແມ່ນທະຫານອາສາສະໝັກ ຫວຽດນາມ ໄດ້ໄປຊ່ວຍປົດປ່ອຍປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂະແມແດງ.

ຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃນສື່ອອນລາຍສ່ວນຕົວ ແລະ ຢູ່ກອງປະຊຸມເຈລະຈາ Shangri-la ໃນຊຸມວັນຜ່ານມາ ທີ່ກ່ຽວຂ້ອງເຖິງເລື່ອງທະຫານອາສາສະໝັກ ຫວຽດນາມ ຊ່ວຍກອງທັບ ແລະ ປະຊາຊົນ ກຳປູເຈຍ ໂຄ່ນລົ້ມລະບອບຂະແມແດງ ຖືກຄັດຄ້ານຢ່າງແຮງຈາກຫາງສຽງໂລກ ແລະ ກຳປູເຈຍ, ໃນນັ້ນ ມີບັນດາເຈົ້າໜ້າທີ່ລັດຖະບານ, ສະມາຊິກສະພາແຫ່ງຊາດກໍ່ຄືນັກຮຽນຮູ້ ກຳປູເຈຍ.

ປະຕິກິລິຍາຂອງວົງການນັກການເມືອງ ກຳປູເຈຍ ກ່ຽວກັບຄຳປາໄສຂອງນາຍົກລັດຖະມົນຕີ ສິງກະໂປ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh (ພາບ: Khmer Times)

        ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງຫາກໍ່ກັບຄືນປະເທດຈາກກອງປະຊຸມເຈລະຈາ Shangri-la, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ ເພື່ອຍົກອອກຄຳເຫັນກ່ຽວກັບເລື່ອງ ສິງກະໂປ ສະແດງທັດສະນະກ່ຽວກັບປະຫວັດສາດ. ພວກຂ້າພະເຈົ້າຕ້ອງອອກສຽງ, ພິເສດແມ່ນທ່ານນາຍົກລັດຖະມົນຕີ ສິງກະໂປ ກ່າວວ່າ: ກອງທັບ ຫວຽດນາມ ຮຸກຮານ ກຳປູເຈຍ. ພວກຂ້າພະເຈົ້າເຫັນວ່າໄຮ້ເຫດຜົນ, ບໍ່ຊັດເຈນ. ຂ້າພະເຈົ້າຮຽກຮ້ອງຝ່າຍ ສິງກະໂປ ດັດແປງຄືນ. ຍ້ອນວ່າ ເມື່ອເວົ້າເຖິງປະຫວັດສາດ ນີ້ແມ່ນສິ່ງຜິດພາດທີ່ສຸດ.

       ທ່ານລັດຖະມົນຕີ Tea Banh ຢືນຢັນວ່າ: ຄວາມຈິງແມ່ນທະຫານອາສາສະໝັກ ຫວຽດນາມ ໄດ້ໄປຊ່ວຍປົດປ່ອຍປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂະແມແດງ.

        ບໍ່ພຽງແຕ່ບັນດານັກການເມືອງເທົ່ານັ້ນ, ນັກໄຈ້ແຍກການເມືອງ ກຳປູເຈຍ ຫລາຍທ່ານ ກໍ່ມີປະຕິກິລິຍາຢ່າງແຮງຕໍ່ຄຳກ່າວປາໄສຂອງນາຍົກລັດຖະມົນຕີ ສິງກະໂປ ອີກດ້ວຍ.

ຕອບກັບ