ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫລັງ”-ຈຸດໝາຍຫລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 19 ມີນາ ຢູ່ ຮ່າໂນ້ຍ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ຈັດຕັ້ງກອງປະຊຸມປະກາດປະມວນຄາດໝາຍສະຖິຕິການພັດທະນາແບບຍືນຍົງຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງປະຊາກອນ ແລະ ການພັດທະນາ; ບັນຫາເດັກນ້ອຍ, ແຮງງານ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຄົນພິການ. 

ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫລັງ”-ຈຸດໝາຍຫລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ - ảnh 1 ຜຸ້ແທນຫວຽດນາມ ແລະ ຕ່າງປະເທດ ເຂົ້າຮ່ວມກອງປະຊຸມ

ພາບ:daibieunhandan.vn

ກ່າວຄຳເຫັນທີ່ກອງປະຊຸມ ທ່ານ ຫງວຽນບິກເລີມ, ຫົວຫນ້າກົມສະຖິຕິ ໃຫ້ຮູ້ວ່າ: “ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫລັງ” ແມ່ນຈຸດໝາຍຫລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ.

“ປະມວນຄາດໝາຍພັດທະນາແບບຍືນຍົງ ແມ່ນສ່ອງແສງເຖິງຈຸດທີ່ເປັນເອກະລັກສະເພາະທັງໝົດຂອງພື້ນຖານເສດຖະກິດ ແລະ ສັງຄົມຂອງປະເທດຊາດ. ບັນດາຈຸດໝາຍລະອຽດໃນປະມວນຄາດໝາຍນີ້ລວມມີຫລາຍຄາດໝາຍໃນສັງຄົມຄື: ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຄວາມສະເຫມີພາບລະຫວ່າງຍິງ ຊາຍ.”

ຕອບກັບ