ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນຊຸກຍູ້ການຮ່ວມມືຢ່າງຮອບດ້ານແລະມີປະສິດທິຜົນ

Chia sẻ
(VOVWORLD) -ການນຳ 2 ຝ່າຍໄດ້ເຫັນດີຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ 2 ໂຄງການການເງິນ - ພາສີອາກອນ, ເປີດກວ້າງບັນດາການສົ່ງເສີມການລົງທຶນ - ການຄ້າ

ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນຊຸກຍູ້ການຮ່ວມມືຢ່າງຮອບດ້ານແລະມີປະສິດທິຜົນ - ảnh 1ນະຄອນໂຮ່ຈິມິນແລະນະຄອນຫຼວງວຽງຈັນຊຸກຍູ້ການຮ່ວມມືຢ່າງຮອບດ້ານແລະມີປະສິດທິຜົນ

(ພາບ: dangcongsan.vn)

ວັນທີ 15 ມິຖຸນາ, ຢູ່ນະຄອນໂຮ່ຈິມິນ, ຄະນະການນຳນະຄອນໂຮ່ຈິມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈິມິນ ນຳໜ້າ, ໄດ້ມີການພົບປະເຈລະຈາກັບຄະນະການນຳນະຄອນຫຼວງວຽງຈັນ, ປະເທດລາວ, ໂດຍທ່ານ ສິນລະວົງ ຄຸດໄພທຸນ, ເລຂາ, ເຈົ້າຄອງນະຄອນຫຼວງວຽງຈັນ, ນຳໜ້າ. 2 ຝ່າຍໄດ້ແລກປ່ຽນບົດຮຽນຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອປີ 2017 ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ.

        ທີ່ການພົບປະເຈລະຈາ, ການນຳ 2 ຝ່າຍໄດ້ເຫັນດີຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດ 2 ໂຄງການການເງິນ - ພາສີອາກອນ, ເປີດກວ້າງບັນດາການສົ່ງເສີມການລົງທຶນ - ການຄ້າ; ເພີ່ມທະວີການສົມທົບກັນໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ລະອຽດແມ່ນພັດທະນາການລ້ຽງສັດ, ປຸງແຕ່ງຜະລິດຕະພັນງົວພັນຊີ້ນ. 2 ຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ບັນດາຮາກຖານ, ຂະແໜງ ແລະ ວິສາຫະກິດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ນຳມາເຊິ່ງຜົນປະໂຫຍດລວມ; ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງເມືອງ 5 (ນະຄອນໂຮ່ຈິມິນ) ແລະ ເມືອງ ສີໂຄດຕະບອງ (ນະຄອນຫຼວງວຽງຈັນ) ບົນເນື້ອໃນຈິດໃຈສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະ.

ຕອບກັບ