ທ່ານເຈືອງຮ່ວາບີງ,ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກກັບການນຳແຂວງ ກວ໋າງນີງ

Chia sẻ

(VOVWORLD) -ວັນທີ 24 ສິງຫາ, ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ເຮັດວຽກກັບການນຳແຂວງ ກວ໋າງນີງ ກ່ຽວກັບສະພາບການເສດຖະກິດ ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ ຕ້ານການຄ້າຂາຍເຖື່ອນ, ສໍ້ໂກງການຄ້າ.

ທ່ານເຈືອງຮ່ວາບີງ,ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກກັບການນຳແຂວງ ກວ໋າງນີງ - ảnh 1 ທ່ານເຈືອງຮ່ວາບີງ,ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຮັດວຽກກັບການນຳແຂວງ ກວ໋າງນີງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າ ແຂວງ ກວ໋າງນີງ ຄວນສ້າງການຫັນປ່ຽນຢ່າງແຮງກວ່າໃນການພັດທະນາເສດຖະກິດ ເປັນຕົ້ນແມ່ນເສດຖະກິດທະເລ, ການທ່ອງທ່ຽວ, ເສດຖະກິດການຄ້າຊາຍແດນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ແຂວງ ກວ໋າງນີງ ຄວນສົມທົບຢ່າງແຫນ້ນແຟ້ນກັບບັນດາອົງການສູນກາງ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ກໍລະນີຟ້ອງຮ້ອງ, ກ່າວຟ້ອງທີ່ສັບສົນ,ແກ່ຍາວນັ້ນໃຫ້ເຖິງຖອງ.

ຕອບກັບ