ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວັນ​ລິກ ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ນອກກອບກອງ​ປະ​ຊຸມ Shangri – La

Chia sẻ
(VOVWORLD) -  ໃນຂອບເຂດກອງປະຊຸມ Shangri– La ຄັ້ງທີ 18, ຕອນບ່າຍວັນທີ 1 ມິຖຸນາ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ມີການພົບປະສອງຝ່າຍກັບຜູ້ຮັກສາການລັດຖະມົນຕີປ້ອງກັນປະເທດຂອງ ອາເມລິກາ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ຄື: ນິວຊີແລນ, ອັງກິດ, ສິງກະໂປ, ມາເລເຊຍ, ຝລັ່ງ ແລະ ມົງໂກນ.
ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂງ​ຊວັນ​ລິກ ມີ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ນອກກອບກອງ​ປະ​ຊຸມ Shangri – La - ảnh 1ທ່ານ ລັດຖະມົນຕີ່ກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກແລະ ທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: TTXVN)

ທີ່ການພົບປະກັບທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ສອງຝ່າຍໄດ້ຖືວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນເວລາທີ່ຜ່ານມາບັນລຸໄດ້ປະສິດທິຜົນ ຢ່າງແທດຈິງ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ. ທ່ານ ໂງຊວັນລິກໄດ້ສະເໜີໃຫ້ອາເມລິກາສືບຕໍ່ຮ່ວມມືເພື່ອປະຕິບັດໂຄງການແກ້ໄຂມົນລະພິດຈາກທາດພິດສີສົ້ມໂດຍໄວຢູ່ສະໜາມບິນບຽນຮ່ວາ  ແລະ ສະໜັບສະໜູນ ຫວຽດນາມໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກທີ 2 ແລະ ກອງຮ້ອຍທະຫານຊ່າງແສງຢູ່ຄະນະປະຕິບັດຮັກສາສັນຕິພາບ ໂດຍສະຫະປະຊາຊາດແຕ່ງຕັ້ງ.

        ທີ່ ການພົບປະ ກັບ ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ, ສິງກະໂປ, ມາເລເຊຍ, ມົງໂກນ  , ທ່ານລັດຖະມົນຕີ ໂງຊວັນລິກ ແລະ ລັດຖະມົນຕີກະຊວງປະເທດດັ່ງກ່າວໄດ້ເຫັນດີເປັນເອກະພາບຈະສົມທົບກັນຜັນຂະຫຍາຍເພື່ອນຳເອົາການພົວພັນປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງຕາມນັ້ນແລ້ວ, ສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຄື ບຳລຸງສ້າງ, ທະຫານເຮືອ, ຕຳຫຼວດທະເລ, ຍົກສູງກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ, ຮັກສາສັນຕິພາບກໍ່ຄືການຊອກຫາຄວາມສາມາດໃນການຮ່ວມມືໃນບັນດາຂົງເຂດທີ່ເໝາະສົມ ກັບຄວາມຕ້ອງການຂອງແຕ່ລະຝ່າຍ.

        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ, ນິວເຊີແລນ ສອງຝ່າຍໄດ້ຢັ້ງຢືນວ່າຈະສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ພວມມີຢູ່ ແລະ ຊອກຫາໂອກາດການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີທ່າແຮງ.

        ຄຽງຄູ່ກັນນັ້ນ, ທ່ານ ໂງຊວັນລິກຍັງມີການພົບປະແລກປ່ຽນຢູ່ນອກກອງປະຂຸມກັບຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ Federica Mogherini  ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ກ່ຽວກັບບາງມາດຕະການຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດໃນໄລຍະຈະມາເຖິງ.

ຕອບກັບ