ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກກ້ານ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 24 ສິງຫາ ຢູ່ ແຂວງ ບັກກ້ານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ 70 ປີແຫ່ງວັນປົດປ່ອຍແຂວງ ບັກກ້ານ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງບັກກ້ານ - ảnh 1ພິທີສະເຫລີມສະຫລອງ 70 ປີແຫ່ງວັນປົດປ່ອຍແຂວງ ບັກກ້ານ

ພາບ:baobaccan 

ກ່ອນຫນ້ານັ້ນ ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫລັກແຫລ່ງແຂວງ. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີກ່າວວ່າ: ແຂວງບັກກ້ານ ແມ່ນແຂວງທຸກຍາກກວ່າໝູ່ໃນທົ່ວປະເທດ, ຂອບເຂດເສດຖະກິດຍັງນ້ອຍ, ພື້ນຖານໂຄງລ່າງເສດຖະກິດ ສັງຄົມ ຍັງບໍ່ທັນຄົບຊຸດ, ຍັງບໍ່ທັນເສີມຂະຫຍາຍໄດ້ບັນດາຄວາມສາມາດບົ່ມຊ້ອນພັດທະນາ. ສະນັ້ນ ເລື່ອງກຳນົດທິດທາງເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແມ່ນສິ່ງສຳຄັນທີ່ສຸດ.

“ຕ້ອງສືບຕໍ່ເຮັດໃຫ້ປະຊາຊົນຮັ່ງມີຂຶ້ນ, ຫລຸດຜ່ອນອັດຕາຄອບຄົວທຸກຍາກອຶດຫິວ ນັ້ນແມ່ນຫນ້າທີ່ສຳຄັນ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງຫັນປ່ຽນອົງປະກອບກະສິກຳ, ພັດທະນາພື້ນຖານໂຄງລ່າງ. ຄວນຫນູນຊ່ວຍໃຫ້ບັກກ້ານ ບໍ່ພຽງແຕ່ສະເພາະປີນີ້, ປີ 2020 ຫາກແຜນການ 5 ປີຕໍ່ໄປ.”

 

 

ຕອບກັບ