ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ ບຸນ​ທອງ​ ຈິດ​ມະນີ

Chia sẻ
(VOVWORLD) -ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີໄດ້ດຳເນີນໃນຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດລາວໃນຫຼາຍຂົງເຂດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ ລາວ ບຸນ​ທອງ​ ຈິດ​ມະນີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ (ພາບ: VGP)

ທ່ານນາຍົກລັດຖະມົນຕີສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນຂອງການພັດທະນາເສດຖະກິດສັງຄົມຊຶ່ງປະເທດລາວບັນລຸໄດ້ໃນໄລຍະທີ່ຜ່ານມາພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນປະຕິວັດລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງເຊິ່ງກົມການເມືອງສອງປະເທດບັນລຸໄດ້ເປັນຢ່າງດີ. ພ້ອມທັງແຈ້ງໃຫ້ທ່ານ ບຸນທອງ ຈິດມະນີ ຊາບວ່າ: ເຖິງວ່າສະພາບການໂລກພວມມີການຜັນປ່ຽນ, ຂໍ້ຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມໃນປີນີ້ຍັງພັດທະນາຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີໄດ້ເຫັນດີວ່າ ສອງປະເທດຄວນແລກປ່ຽນ, ແບ່ງປັນປະສົບການໃນການຈັດຕັ້ງກອງປະຊຸມພັກທຸກຂັ້ນໃຫ້ເປັນຢ່າງດີ

        ສ່ວນທ່ານບຸນທອງ ຈິດມະນີ ໃຫ້ຮູ້ວ່າການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ຄະນະກຳມະການກວດກາສູນກາງ ແລະ ກວດກາລັດຖະບານຂອງສອງປະເທດໃຫ້ປະກົດຜົນເປັນຈິງ. ພ້ອມທັງເນັ້ນໜັກວ່າ ລັດຖະບານລາວຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວ.

ຕອບກັບ