ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະແຫ່ງຊາດລາວ

Chia sẻ
(VOVWORLD) - 2 ຝ່າຍຄວນສືບຕໍ່ຮັກສາການແລກປ່ຽນບັນດາການຢ້ຽມຢາມຂອງການນຳຂັ້ນສູງ ແລະ ບັນດາອົງການວິຊາສະເພາະຂອງ 2 ສະພາແຫ່ງຊາດເປັນປະຈຳ ບົນຈິດໃຈມີປະສິດທິຜົນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຮອງປະທານສະແຫ່ງຊາດລາວ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດສປປ.ລາວ ບຸນປອນ ບຸດຕະນະວົງ)

ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດສປປ.ລາວ ບຸນປອນ ບຸດຕະນະວົງ ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, 2 ຝ່າຍຄວນສືບຕໍ່ຮັກສາການແລກປ່ຽນບັນດາການຢ້ຽມຢາມຂອງການນຳຂັ້ນສູງ ແລະ ບັນດາອົງການວິຊາສະເພາະຂອງ 2 ສະພາແຫ່ງຊາດເປັນປະຈຳ ບົນຈິດໃຈມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນເພື່ອແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ກຳມາທິການພົວພັນຕ່າງປະເທດຂອງ 2 ສະພາແຫ່ງຊາດ ກວດກາບັນດາລາຍການ, ແຜນການເຊິ່ງ 2 ຝ່າຍໄດ້ສ້າງແຜນການປະຕິບັດໃຫ້ຊຸມປີຕໍ່ໆໄປ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ, ການສົມທົບກັນລະຫວ່າງ 2 ສະພາແຫ່ງຊາດຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ສະພາແຫ່ງຊາດ 2 ປະເທດເພີ່ມທະວີການຕິດຕາມກວດກາ, ກະຕຸກຊຸກຍູ້ການປະຕິບັດການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວລະຫວ່າງລັດຖະບານ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດຢ່າງມີປະສິດທິຜົນ. ທ່ານນາງປະທານສະພາແຫ່ງຊາດສະເໜີໃຫ້ຝ່າຍລາວ ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ, ປະທານ AIPA 2020 ເພື່ອຜົນປະໂຫຍດຂອງ 2 ປະເທດ ແລະ ບັນດາປະເທດສະມາຊິກ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ບຸນປອນ ບຸດຕະນະວົງ ຢືນຢັນວ່າ, ຍາມໃດລາວ ກໍ່ສະໜັບສະໜູນ ແລະ ຕີລາຄາສູງເລື່ອງຫວຽດນາມ ດຳລົງຕຳແໜ່ງປະທານ AIPA ແລະ ອາຊຽນ ແລະ ເຊື່ອໝັ້ນວ່າ ດ້ວຍມີບົດຮຽນຫຼາຍຢ່າງ, ຫວຽດນາມ ຈະຈັດຕັ້ງ ແລະ ປະຕິບັດໜ້າທີ່ດັ່ງກ່າວບັນລຸຜົນສຳເລັດ.

        ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະກຳມະການປົກປ້ອງການປະຕິວັດກູບາ Carlos Rafael Miranda Martinez ເຊັ່ນດຽວກັນ.

ຕອບກັບ