ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງ ແລະ ກວດກາລັດຖະບານຂອງລາວ

Chia sẻ
(VOVWORLD) - ຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ແລະ ກວດກາລັດຖະບານລາວຈະປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດໃຫ້ມີປະສິດທິຜົນ ແລະ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.
ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກວດກາສູນກາງ ແລະ ກວດກາລັດຖະບານຂອງລາວ - ảnh 1ທີ່ການຕ້ອນຮັບ (ພາບ: TTXVN) 

ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານເຈິ່ນກ໊ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງ ພັກປະຊາຊົນປະຕິວັດລາວ ແລະ ກວດກາລັດຖະບານ ລາວໂດຍທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກວດກາສູນກາງ, ຫົວໜ້າອົງການກວດກາລັດຖະບານ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຂອງລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເຈິ່ນກ໊ວກເວື້ອງ ຢັ້ງຢືນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບລາວເພື່ອຮັກສາ, ເພີ່ມພຸນຄູນສ້າງສາຍພົວພັນພິເສດລະຫວ່າງ ຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ. ທ່ານ ເຈິ່ນກ໊ວກເວື້ອງ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງ ຂະແໜງກວດກາ 2 ປະເທດ, 2 ພັກ, 2 ລັດ, ພ້ອມທັງສະເໜີໃຫ້  2 ຄະນະກຳມະການກວດກາສູນກາງຂອງ 2 ພັກ, ກວດກາລັດຖະບານ 2 ປະເທດສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ເປັນມູນເຊື້ອ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ ໃຫ້ມີປະສິດທິຜົນເປັນຕົ້ນແມ່ນ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ວຽກງານກວດກາ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ.

        ສ່ວນທ່ານ ບຸນທອງ ຈິດມະນີ ຢັ້ງຢືນວ່າ: ຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ແລະ ກວດກາລັດຖະບານລາວຈະປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດໃຫ້ມີປະສິດທິຜົນ ແລະ ເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ຕອບກັບ