ທ້າຍປີ 2019 ຫວຽດນາມ ຈະມີຫຼາຍກວ່າ 50% ຕາແສງ ບັນລຸມາດຕະຖານຊົນນະບົດໃໝ່

Chia sẻ
(VOVWORLD) -ທ້າຍປີ 2019, ຈະມີຫຼາຍກວ່າ 50% ຂອງຈໍານວນຕາແສງທັງໝົດ ບັນລຸມາດຕະຖານຊົນນະບົດໃໝ່, ປະຕິບັດສໍາເລັດກ່ອນ 01 ປີ ເມື່ອທຽບໃສ່ຄໍາຮຽກຮ້ອງຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກ.
ທ້າຍປີ 2019 ຫວຽດນາມ ຈະມີຫຼາຍກວ່າ 50% ຕາແສງ ບັນລຸມາດຕະຖານຊົນນະບົດໃໝ່ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:  Congthuong.vn)

 “ຕີລາຄາໂດຍໄວ ເພື່ອສ້າງກົກໄກ, ນະໂຍບາຍ ແລະ ຄາດຄະເນງົບປະມານໃນການລົງທຶນສາທາລະນະໄລຍະກາງ ເພື່ອຜັນຂະຫຍາຍປະຕິບັດຢ່າງທັນການ ພາຍຫຼັງເລີ່ມຕົ້ນໄລຍະ 2021 – 2025”. ຄໍາຮຽກຮ້ອງດັ່ງກ່າວ ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຍົກອອກມາໃນກອງປະຊຸມບັນດາຄະນະຊີ້ນໍາທີ່ກ່ຽວຂ້ອງເຖິງ ການກະກຽມສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິຂອງສູນກາງ ກ່ຽວກັບເສດຖະກິດລວມໝູ່, ສະຫຼຸບ 5 ປີ ແຫ່ງການປະຕິບັດມະຕິຂອງສູນກາງ ແລະ ດໍາລັດຂອງລັດຖະບານ ກ່ຽວກັບການສັບຊ້ອນ, ປ່ຽນແປງໃໝ່, ຍົກສູງການເຄື່ອນໄຫວຂອງບັນດາບໍລິສັດກະສິກໍາ - ປ່າໄມ້ ແລະ ສະຫຼຸບ 10 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ໃນປີ 2019 ທີ່ຖືກຈັດຂຶ້ນໃນຕອນເຊ      ົ້າວັນທີ 15 ກໍລະກົດ ຢູ່ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ ທ້າຍປີ 2019, ຈະມີຫຼາຍກວ່າ 50% ຂອງຈໍານວນຕາແສງທັງໝົດ ບັນລຸມາດຕະຖານຊົນນະບົດໃໝ່, ປະຕິບັດສໍາເລັດກ່ອນ 01 ປີ ເມື່ອທຽບໃສ່ຄໍາຮຽກຮ້ອງຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ທີ່ໄດ້ວາງອອກ. ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ຕ້ອງສະຫຼຸບວຽກງານໃຫ້ລະອຽດ, ພິເສດ ແມ່ນບັນດາຮູບແບບຊົນນະບົດໃໝ່ທີ່ເປັນແບບຢ່າງ, ກໍ່ສ້າງຊົນນະບົດ. ປັດຈຸບັນ ມີຫຼາຍກວ່າ 50% ຈໍານວນສະຫະກອນທັງໝົດ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ໃນທົ່ວປະເທດໄດ້ມີສະຫະກອນຫຼາຍກວ່າ 14.700 ແຫ່ງ. 

ຕອບກັບ