ທິດທາງຜັນຂະຫຍາຍການບໍລິການ Mobile Money ເພື່ອແນໃສ່ຊຸກຍູ້ການເງິນຮອບດ້ານຢູ່ຫວຽດນາມ

Chia sẻ
(VOVWORLD) -ວັນທີ 23 ພຶດສະພາ ຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມຈັດຕັ້ງກອງປະຊຸມສຳມະນາສາກົນ “ບໍລິການ Mobile Money ເພື່ອແນໃສ່ຊຸກຍູ້ການເງິນຮອບດ້ານ”.

ທິດທາງຜັນຂະຫຍາຍການບໍລິການ Mobile Money ເພື່ອແນໃສ່ຊຸກຍູ້ການເງິນຮອບດ້ານຢູ່ຫວຽດນາມ  - ảnh 1ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:vietnam+ 

ບໍລິການ Mobile Money ແມ່ນບໍລິການໃຫມ່ອ່ຽມຢູ່ຫວຽດນາມ. ຖ້າຫາກບໍລິການ Mobile Money ໄດ້ຮັບການຜັນຂະຫຍາຍ, ປະຊາຊົນສາມາດໂອນເງິນ, ຊຳລະ ກໍ່ຄືຮັບເງິນຜ່ານບັນຊີຂອງ ໂທລະສັບມືຖື. ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ: ຖ້າໄດ້ຮັບອະນຸຍາດທົດລອງບໍລິການ Mobile Money ໃນປີ 2019, ຫວຽດນາມ ແມ່ນປະເທດທີ 91 ມີພື້ນຖານການຊຳລະດ້ວຍບໍລິການ Mobile Money. ຕາມທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງແລ້ວ, ບໍລິການ Mobile Money ຈະແມ່ນມາດຕະການຢ່າງແຮງເພື່ອຊຸກຍູ້ການຊຳລະ ທີ່ບໍ່ນຳໃຊ້ເງິນສົດ, ຊ່ວຍຜູ້ທຸກຍາກຢູ່ເຂດຊົນນະບົດ, ປະຊາຊົນຢູ່ເຂດຫ່າງໄກສອກຫລີກໄດ້ສຳຜັດກັບບັນດາບໍລິການທັນສະໄຫມທາງ ອິນເຕີແນັດຄື: ສາທາລະນະສຸກ, ການສຶກສາ, ການເງິນ, ວຽກເຮັດງານທຳ, ການຮັບປະກັນຊີວິດສັງຄົມ.

ຕອບກັບ