ຍູ້ແຮງການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ແລະ ຟີລິບປີນ

Chia sẻ
(VOVWORLD) -  ໂດຍໄດ້ຮັບຄຳເຊີນຂອງສະມາຄົມມິດຕະພາບ ຟີລິບປີນ - ຫວຽດນາມ (PVFA), ຄະນະຜູ້ແທນຂັ້ນສູງສະມາຄົມມິດຕະພາບ ຫວຽດນາມ - ຟີລິບປີນ (VPFA) ໂດຍທ່ານ ຫວູວັນຕ໊າມ ປະທານສະມາຄົມນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຟີລິບປີນ ໃນລະຫວ່າງວັນທີ 12 – 17 ມິຖຸນາ. 
ຍູ້ແຮງການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ແລະ ຟີລິບປີນ - ảnh 1 ທ່ານ ຫວູວັນຕ໊າມ (ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມ ຟີລິບປີນ, ຄະນະຜູ້ແທນ VPFA ໄດ້ພົບປະເຈລະຈາກັບ PVFA ແລະ ເຊັນບົດບັນທຶກການເຮັດວຽກ.

        ທີ່ການເຮັດວຽກ, ສະມາຄົມ PVFA ໄດ້ຂອບໃຈຊາວປະມົງ ຫວຽດນາມ ທີ່ໄດ້ກອບກູ້ເອົາຊີວິດຊາວປະມົງ ຟີລິບປີນ 22 ຄົນໃນກ່ຳປັ່ນຫາປາ F/B Gimver 1 ເມື່ອວັນທີ 09 ມິຖຸນາ ຜ່ານມາ. 2 ຝ່າຍໄດ້ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ສະມາຄົມເພື່ອພັດທະນາຄວາມສາມາດບົ່ມຊ້ອນນັ້ນ; ເປັນຂົວຕໍ່ໃຫ້ວິສາຫະກິດ 2 ປະເທດຊອກຮູ້ຄວາມສາມາດບົ່ມຊ້ອນຂອງກັນ ແລະ ໜູນຊ່ວຍເຂົາເຈົ້າຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາບຳລຸງສ້າງ, ການຮ່ວມມືທາງດ້ານອາຊີບຫາປາຢູ່ທະເລ.

ຕອບກັບ