ຊາວ​ໜຸ່ມ ຮ່າ​ໂນ​້ຍ - ວຽງຈັນ ປະ​ກອບ​ສ່ວນ​ເຂົ້າ​ການ​ເພີ່ມ​​ພູນຄູ​ນ​ສ້​າ​ງ​ນ້ຳ​ໃຈ​ມິດ​ຕະ​ພາບ ​ແບບພິ​ເສດ ລະ​ຫວ່າງຫວຽດ​ນາມ - ລາວ

Nguyễn Xuyến
Chia sẻ
(VOVWORLD) - ວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍໄດ້ດຳເນີນການໂອ້ລົມສົນມະນາລະຫວ່າງຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ (ລາວ).
ຊາວ​ໜຸ່ມ ຮ່າ​ໂນ​້ຍ - ວຽງຈັນ ປະ​ກອບ​ສ່ວນ​ເຂົ້າ​ການ​ເພີ່ມ​​ພູນຄູ​ນ​ສ້​າ​ງ​ນ້ຳ​ໃຈ​ມິດ​ຕະ​ພາບ ​ແບບພິ​ເສດ ລະ​ຫວ່າງຫວຽດ​ນາມ - ລາວ - ảnh 1ການໂອ້ລົມສົນມະນາລະຫວ່າງຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ (ລາວ) 

ການເຄື່ອນໄຫວໄດ້ຈັດຂຶ້ນໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນຢູ່ ຫວຽດນາມ ໃນລະຫວ່າງວັນທີ 16 - 22 ມິຖຸນາ. ເຂົ້າຮ່ວມການໂອ້ລົມສົນທະນາດັ່ງກ່າວມີ ທ່ານ ຫງວຽນງອກວຽດ, ກຳມະການຄະນະປະຈຳສູນກາງຊາວໜຸ່ມ, ເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ; ທ່ານນາງ ສຸມາລີ ທຳມະວົງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ ພ້ອມກັບບັນດາຕາງໜ້າຫ້ອງການ, ຫົວໜ່ວຍ, ບັນດາຮາກຖານຄະນະຊາວໜຸ່ມຂຶ້ນກັບ ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລະ ຄະນະປະຕິບັດງານ ຂອງ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ.

        ທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນງອກວຽດເລຂາທິການຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ຕ້ອນຮັບຄະນະຜູ້ແທນ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນມາຢ້ຽມຢາມ ແລະເຮັດວຽກ ຢູ່ ຫວຽດນາມ:

        ໃນຂຸມປີຜ່ານມາ, ຊາວໜຸ່ມສອງນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ ໄດ້ສືບທອດບັນດາມູນເຊື້ອທີ່ດີງາມຂອງບັນດາຄົນລຸ່ນກ່ອນທີ່ສ້າງສາ ແລະ ຮັກສາໄວ້. ເສີມຂະຫຍາຍບັນດາມູນເຊື້ອຈົ່ງຮັກພັກດີ ແລະ ສະໜິດແໜ້ນ ຄືດັ່ງອ້າຍນ້ອງໃນຄອບຄົວດຽວກັນຂອງ ສອງນະຄອນຫຼວງ, ສອງຝ່າຍໄດ້ມີການ ລົງນາມໃນແຜນການຮ່ວມມືເພື່ອປະຕິບັດບັນດາການເດີນທາງ, ການເຄື່ອນໄຫວທີ່ມີຄວາມໝາຍກ່ວາ 20 ປີ. ພວກຂ້າພະເຈົ້າຫວັງວ່າບັນດານ້ຳໃຈນີ້ຈະນັບມື້ນັບເລິກເຊິ່ງ ແລະ ມີການສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ

        ທ່ານນາງ ສຸມາລີ ທຳມະວົງເລຂາທິການຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານຊຶ່ງ ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມພາກພູມໃຈເມື່ອໄດ້ເຂົ້າຮ່ວມການໂອ້ລົມສົນທະນານີ້. ທ່ານນາງ ສຸມາລີ ທຳມະວົງ ສະເໜີວ່າ:

      ຜູ້ຕາງໜ້າຂອງສອງຄະນະຊາວໜຸ່ມນະຄອນຫຼວງໄດ້ເຫັນດີຈະສ້າງເງື່ອນໄຂເພື່ອໃຫ້ສະມາຄົມວິສາຫະກິດໜຸ່ມ ສອງປະເທດຮ່ວມດຳເນີນທຸລະກິດ, ຮ່ວມສຳພັນ, ຮ່ວມມື, ລົງທຶນພັດທະນາໃນທຸກຂົງເຂດ, ຈັດຕັ້ງບັນດາການເຄື່ອນໄຫວທີ່ມຸ່ງໄປສູ່ການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ລາວ ແລະ 25 ປີ ແຫ່ງວັນລົງນາມການຮ່ວມມື, ການພົວພັນມິດຕະພາບລະຫວ່າງ ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ ໃນປີ 2020.

ຕອບກັບ