ຈັດ​ວາງ​ຕາໜ່າງການ​ສຶກສາ​ບໍາລຸງ​ສ້າງ​ໃນ​ສະພາບ​ການ​ເປັນ​ເຈົ້າ​ຂອງ​ການ​ສຶກສາ ​ແລະ ​ເຊື່ອມ​ໂຍງ​ເ​ຂົ້າ​ກັບ​ສາກົນ

Chia sẻ
(VOVWORLD) -  ວັນທີ 12 ມິຖຸນາ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ ຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດຫັນປະເທດຊາດເປັນອຸດສາຫະກໍາ ແລະ ທັນສະໄໝ ໃນບັນດາທົດສະວັດຕົ້ນຂອງສະຕະວັດທີ 21”.
ຈັດ​ວາງ​ຕາໜ່າງການ​ສຶກສາ​ບໍາລຸງ​ສ້າງ​ໃນ​ສະພາບ​ການ​ເປັນ​ເຈົ້າ​ຂອງ​ການ​ສຶກສາ ​ແລະ ​ເຊື່ອມ​ໂຍງ​ເ​ຂົ້າ​ກັບ​ສາກົນ - ảnh 1ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ   (ພາບ: TTXVN)

       ມີບົດປະກອບຄໍາເຫັນກວ່າ 100 ບົດ ໄດ້ສົ່ງມາກອງປະຊຸມສໍາມະນາ ໄດ້ນໍາເອົາທັດສະນະມູມມອງໃໝ່ມີລັກສະນະວິທະຍາສາດ ເພື່ອແລກປ່ຽນ, ແບ່ງປັນສະຕິຄວາມຮັບຮູ້ ແລະ ປະສົບການໃນການພັດທະນາການສຶກສາບໍາລຸງສ້າງ ໃນສະພາບການ ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານສາກົນແລ້ວ, ຫວຽດນາມ ພວມຢູ່ໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ລະດັບການແກ້ງແຍ້ງເສດຖະກິດກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໂລກ ນັບມື້ນັບດຸເດືອດ. ດັ່ງນັ້ນ, ຢາກຂຸດຄົ້ນ ແລະ ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີນັ້ນ, ຫວຽດນາມ ຕ້ອງມີພື້ນຖານການສຶກສາເປີດ, ທັນສະໄໝ, ມີລະດັບຕາໜ່າງທີ່ໄດ້ຮັບການຈັດວາງຢ່າງເປັນວິທະຍາສາດ, ເສີມຂະຫຍາຍມູນເຊື້ອ ແລະ ພູມປັນຍາຂອງຫວຽດນາມ ດ້ວຍຈິນຕະນາການ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ.

        ກອງປະຊຸມສໍາມະນາ ແມ່ນກາລະໂອກາດ ເພື່ອໃຫ້ບັນດານັກວິທະຍາສາດ, ໂຮງຮຽນແຫ່ງຕ່າງໆ ພ້ອມກັນແລກປ່ຽນ, ກ້າວໄປສູ່ສະຕິຄວາມຮັບຮູ້ ທີ່ເປັນເອກະພາບ, ຈາກນັ້ນ ຜັນຂະຫຍາຍມາດຕະການທີ່ລະອຽດ ເພື່ອແນໃສ່ຈັດວາງການສຶກສາບໍາລຸງສ້າງໃນສະພາບການທີ່ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ