ງານວາງສະແດງພາບຖ່າຍ “ເຈື່ອງຊາ ແລະ ການເຄື່ອນໄຫວອາສາສະໝັກ”

Chia sẻ
(VOVWORLD) -ມີພາບຖ່າຍ 130 ແຜ່ນທີ່ໄດ້ນຳມາວາງສະແດງ, ດ້ວຍຫົວຂໍ້ວ່າ “ເຈື່ອງຊາ”, “ໄວໜຸ່ມເພື່ອເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, “ອຳນາດອະທິປະໄຕທະເລ, ໝູ່ເກາະ” ໄດ້ສ່ອງແສງເຖິງຊີວິດທຸກດ້ານຂອງທະຫານ ແລະ ປະຊາຊົນຢູ່ເຂດໝູ່ເກາະ
ງານວາງສະແດງພາບຖ່າຍ “ເຈື່ອງຊາ ແລະ ການເຄື່ອນໄຫວອາສາສະໝັກ” - ảnh 1 (ງານວາງສະແດງພາບຖ່າຍ “ເຈື່ອງຊາ ແລະ ການເຄື່ອນໄຫວອາສາສະໝັກ”)

ວັນທີ 25 ມີນາ, ຢູ່ແຂວງເຊີນລາ, ຄະນະຊາວໜຸ່ມແຂວງເຊີນລາ ໄດ້ສົມທົບກັບຫໍພິພິດທະພັນໄວໜຸ່ມຫວຽດນາມ, ສະໂມສອນໄວໜຸ່ມເພື່ອເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ໄດ້ໄຂງານວາງສະແດງພາບຖ່າຍ “ເຈື່ອງຊາ ແລະ ການເຄື່ອນໄຫວອາສາສະໝັກ”. ມີພາບຖ່າຍ 130 ແຜ່ນທີ່ໄດ້ນຳມາວາງສະແດງ, ດ້ວຍຫົວຂໍ້ວ່າ “ເຈື່ອງຊາ”, “ໄວໜຸ່ມເພື່ອເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, “ອຳນາດອະທິປະໄຕທະເລ, ໝູ່ເກາະ” ໄດ້ສ່ອງແສງເຖິງຊີວິດທຸກດ້ານຂອງທະຫານ ແລະ ປະຊາຊົນຢູ່ເຂດໝູ່ເກາະ, ດ້ວຍຮູບພາບອ້າຍທະຫານຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປົກປັກຮັກສາອຳນາດອະທິປະໄຕເຂດໝູ່ເກາ, ທະເລຂອງປະເທດຊາດ, ກໍຄືແນະນຳບັນດາການເຄື່ອນໄຫວປະຈັນບານ, ອາສາສະໝັກຂອງໄວໜຸ່ມໃນທົ່ວປະເທດ ມຸ່ງໄປເຖິງເຂດໝູ່ເກາະ, ທະເລແຫ່ງບ້ານເກີດເມືອງນອນ. ອ້າຍ ດິງວັນແທ໊ງ, ສະມາຊິກຊາວໜຸ່ມຂຶ້ນກັບຕຳຫຼວດແຂວງເຊີນລາ, ແບ່ງປັນວ່າ.

        “ພາຍຫຼັງໄດ້ຮັບຊົມບັນດາພາບຖ່າຍຢູ່ງານວາງສະແດງໃນຄັ້ງນີ້, ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈເພື່ອນສະຫາຍຜູ້ຮ່ວມກົມກອງ, ນ້ຳໃຈຂອງທະຫານກັບປະຊາຊົນ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕແຫ່ງບ້ານເກີດເມືອນນອນກວ່າ. ຈາກນັ້ນ, ຂ້າພະເຈົ້າມີຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ລອມ ແລະ ປະກອບສ່ວນປົກປັກຮັກສາບ້ານເກີດເມືອງນອນ, ປະເທດຊາດ”.

ຕອບກັບ