ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

Chia sẻ
(VOVWORLD) -   ໃນລະຫວ່າງວັນທີ 22 – 24 ພຶດສະພາ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູງກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຕາມຄໍາເຊີນຂອງຄະນະກໍາມະການສູນກາງແນວລາວສ້າງຊາດ.
ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ - ảnh 1ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ (ພາບ: TTXVN) 

        ວັນທີ 22 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ. 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາສອງພັກ, ສອງລັດຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ກ່ຽວກັບວຽກງານຂົນຂວາຍປະຊາຊົນ; ບໍາລຸງກໍ່ສ້າງພະນັກງານ; ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ, ຊີ້ນໍາບັນດາທ້ອງຖິ່ນເພີ່ມທະວີການຮ່ວມມື...

ແລະກໍໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ ໄດ້ເປັນປະທານການໂອ້ລົມສົນທະນາ ກັບຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກຂອງແນວລາວສ້າງຊາດ ແລະ ຄະນະພັກສູນກາງຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໂອ້ລົມສົນທະນາ ຖືກຈັດຂຶ້ນ ແມ່ນເພື່ອແນໃສ່ປຶກສາຫາລືຕາມຫົວຂໍ້ສະເພາະ ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ວຽກງານມະຫາຊົນຂອງພັກ, ຍົກສູງບົດບາດການນໍາພາຂອງພັກ ສໍາລັບແນວໂຮມ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກໃນເງື່ອນໄຂເສດຖະກິດການຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບສາກົນ./.


ຕອບກັບ