ຂອບຂະໜາດຕະຫຼາດການຄ້າ ເອເລັກໂຕນິກ ຫວຽດນາມ ປີ 2020 ຂຶ້ນເຖິງ 13 ຕື້ USD

Chia sẻ
(VOVWORLD) -ເວທີປາໄສສະພາບການການຄ້າເອເລັກໂຕນິກຫວຽດນາມ ຈະຖືກຈັດຂຶ້ນຢູ່ 3 ນະຄອນຄື ຢູ່ຮ່າໂນ້ຍ ໃນວັນທີ 26 ມີນາ ແລະ ຢູ່ນະຄອນໂຮ່ຈີມິນໃນວັນທີ 28 ມີນາ ແລະ ດໍາເນີນຢູ່ດ່າໜັງໃນວັນທີ 15 ມີນາຈະມາເຖິງ.
ຂອບຂະໜາດຕະຫຼາດການຄ້າ ເອເລັກໂຕນິກ ຫວຽດນາມ ປີ 2020 ຂຶ້ນເຖິງ 13 ຕື້ USD - ảnh 1ກອງປະຊຸມຖະແຫຼງຂ່າວກ່ຽວກັບ ເຫດການ “ເວທີປາໄສສະພາບການຄ້າເລັກໂຕນິກຫວຽດນາມ ປີ 2019” (ພາບ: BNEWS/TTXVN)

   ຕອນບ່າຍວັນທີ 12 ມີນາ, ຢູ່ກອງປະຊຸມຖະແຫຼງຂ່າວກ່ຽວກັບ ເຫດການ “ເວທີປາໄສສະພາບການຄ້າເລັກໂຕນິກຫວຽດນາມ ປີ 2019”, ສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ ໃຫ້ຮູ້ວ່າ: ໃນ 2 – 3 ມໍ່ໆມານີ້, ການຄ້າເອເລັກໂຕນິກຫວຽດນາມ ບັນລຸລະດັບເຕີບໂຕສູງ. ພິເສດໃນປີ 2018 ໄດ້ຮັບຖືວ່າ ແມ່ນ ປີທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງການດໍາເນີນທຸລະກິດຜ່ານເຄືອຂ່່າຍອິນເຕີເນັດ ດ້ວຍລະດັບເຕີບໂຕບັນລຸ 30%, ຂອບຂະໜາດຕະຫຼາດບັນລຸລະດັບ 30%, ຮອດປີ 2020 ຂອບຂະໜາດຕະຫຼາດການຄ້າເອເລັກໂຕນິກ ຈະຂຶ້ນເຖິງ 13 ຕື້ USD. ເພື່ອໃຫ້ການຄ້າເອເລັກໂຕນິກຢູ່ຫວຽດນາມ ພັດທະນາແບບຍືນຍົງນັ້ນ ຄວນມີສະພາບແວດລ້ອມທີ່ສະດວກ ແລະ ສໍາຄັນທີ່ສຸດແມ່ນພື້ນຖານໂຄງລ່າງທາງໂທລະຄົມມະນາຄົມ ແລະ ເຕັກໂນໂລຢີ ຂໍ້ມູນຂ່າວສານ ທັນສະໄໝ ອັນໄດ້ຊ່ວຍປະຊາຊົນເກືອບທັງໝົດ ໄດ້ເຂົ້ານໍາໃຊ້ອິນເຕີເນັດຜ່ານບັນດາໂທລະສັບ, Ipad, ຜູ້ອຸປະໂພກມີຄວາມໄວ້ເນື້ອເຊື່ອໃຈ ແລະ ຕິດຕໍ່ຊື້-ຂາຍຜ່ານເຄືອຂ່າຍອິນເຕີເນັດ, ບໍລິການ logistic .... ການເຄື່ອນໄຫວ start up ດໍາເນີນທຸລະກິດຜ່ານເຄືອຂ່າຍອິນເຕີເນັດ ມີໂອກາດໄດ້ຊົມໃຊ້ບັນດາບໍລິການສາທາລະນະຢ່າງງ່າຍດາຍ ກໍຄື ຄວາມສາມາດລະດົມທຶນຢ່າງມີໄຫວພິບ.

        ເວທີປາໄສສະພາບການການຄ້າເອເລັກໂຕນິກຫວຽດນາມ ຈະຖືກຈັດຂຶ້ນຢູ່ 3 ນະຄອນຄື ຢູ່ຮ່າໂນ້ຍ ໃນວັນທີ 26 ມີນາ ແລະ ຢູ່ນະຄອນໂຮ່ຈີມິນໃນວັນທີ 28 ມີນາ ແລະ ດໍາເນີນຢູ່ດ່າໜັງໃນວັນທີ 15 ມີນາຈະມາເຖິງ.


ຕອບກັບ