ການສົ່ງອອກຂອງຫວຽດນາມ ໃນຊຸມປີຜ່ານມາ ມີການເຕີບໂຕຢ່າງກະໂດດຂັ້ນ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາການສົ່ງອອກຜ່ານເຄືອຂ່າຍອິນເຕີເນັດ ປີ 2019. ເຫດການໂດຍກຸ່ມບໍລິສັດ Alibaba  ຂອງຈີນ ພ້ອມທັງມີການເຂົ້າຮ່ວມຂອງຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ແລະ ບັນດານັກຊ່ຽວຊານໃນຂົງເຂດການຄ້າເອເລັກໂຕນິກ.

    ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຢັ້ງຢືນວ່າ ການສົ່ງອອກ ໄດ້ຮັບການຕີລາຄາວ່າ ແມ່ນທ່າແຮງ ແມ່ນກໍາລັງໜູນຂອງການພັດທະນາເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ. ດ້ວຍນະໂຍບາຍເປີດປະຕູ ແລະ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າພື້ນຖານເສດຖະກິດໂລກ ແລະ ການເຂົ້າຮ່ວມບັນດາສັນຍາການຄ້າຫຼາຍຝ່າຍ ແລະ ສອງຝ່າຍ, ກໍຄື ຍູ້ແຮງການສໍາຜັດກັບບັນດາຊ່ອງທາງສົ່ງອອກຜ່ານເຄືອຂ່າຍອິນເຕີເນັດ, ຫວຽດນາມ ບັນລຸໄດ້ບັນດາຜົນງານເປັນໜ້າຮັບຮູ້ໃນການສົ່ງອອກ. ລະອຽດ ຄືປີ 2009 ວົງເງິນສົ່ງອອກບັນລຸພຽງແຕ່ປະມານ 57 ຕື້ USD ນັ້ນ ຮອດປີ 2018 ຫວຽດນາມ ໄດ້ບັນລຸ 244 ຕື້ USD (ເພີ່ມຂຶ້ນທົບ 4 ເທົ່າ). ຕາມທ່ານ ເຈິ່ນດິ່ງຕວ໋ານ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ລົງທຶນ ແລະ ເຕັກໂນໂລຢີ  OSB  ແລ້ວ, ປັດຈຸບັນ ມີວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼາຍແຫ່ງ ຫາກໍໝູນໃຊ້ການຄ້າເອກເລັກໂຕນິກ ເຊິ່ງໄດ້ ແລະ ກໍາລັງ ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ. ສ່ວນຕາມທ່ານ ຫງວຽນແທັງຮຶງ ປະທານ ສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ແລ້ວ, ປັດຈຸບັນ ການສົ່ງອອກຜ່ານເຄືອຂ່າຍອິນເຕີເນັດ ໄດ້ກາຍເປັນເຄື່ອງມືທີ່ຫຼັກແຫຼ່່ງ, ຊໍ້າບໍ່ໜໍາ ຍັງແມ່ນຊ່ອງທາງສົ່ງອອກຕົ້ນຕໍຂອງວິສາຫະກິດສົ່ງອອກຫຼາຍແຫ່ງ:

        “ການເຄື່ອນໄຫວດ້ານການຄ້າເອເລັກໂຕນິກຮັບໃຊ້ການສົ່ງອອກເວົ້າສະເພາະ, ແມ່ນມີ ກາລະໂອກາດຢ່າງໃຫຍ່ຫຼວງທີ່ສຸດ ແຕ່ເພື່ອກໍາໄດ້ກາລະໂອກາດນັ້ນ ແມ່ນຂຶ້ນກັບບັນດານະໂຍບາຍວິສາຫະກິດຂອງພວກເຮົາ. ໃນໄລຍະ 5 ປີ ຈະມາເຖິງ, ການເຄື່ອນໄຫວດ້ານການຄ້າເອເລັກໂຕນິກຮັບໃຊ້ການສົ່ງອອກເວົ້າສະເພາະ ແນ່ນອນວ່າ ຈະບໍ່ພຽງແຕ່ເພີ່ມຂຶ້ນທົບ 2 ເທົ່າເທົ່ານັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ຈະເພີ່ມຂຶ້ນທົບ 4 ເທົ່າໃນປີ 2019 ແລະ ຈໍານວນວິສາຫະກິດຫວຽດນາມ ດໍາເນີນທຸລະກິດປະສົບຜົນສໍາເລັດໃນຂົງເຂດນີ້ ຈະເພີ່ມຂຶ້ນທົບ 4 ເທົ່າ”. 

ຕອບກັບ