ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ນັບມື້ນັບໄດ້ຮັບການພັດທະນາ

Chia sẻ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສະຫະພັນ ລັດເຊຍ (16 ມິຖຸນາ 1994 - 16 ມິຖຸນາ 2019).
ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ນັບມື້ນັບໄດ້ຮັບການພັດທະນາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟຸ໊ຈ້ອງ ແລະ ທ່ານປະທານາທິບໍດີ  Vladimir Putin (ພາບ: TTXVN)

ທ່ານ ຫງວຽນຟຸ໊ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ສົ່ງໂທລະເລກຊົມເຊີຍໃຫ້ກັນແລະ ກັນ, ໃນນັ້ນໄດ້ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ຍິ່ງໃຫຍ່, ສ້າງຂີດໝາຍໃນໄລຍະການພັດທະນາໃໝ່ໃນການພົວພັນລະຫວ່າງ ສອງປະເທດ.

        ພາຍຫຼັງ 25 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລັດເຊຍ ໄດ້ກ້າວຂຶ້ນສູ່ ລະດັບສູງໃໝ່, ດ້ວຍການຮ່ວມມືທີ່ໄດ້ຮັບການປັບປຸງ ແບະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງຄື: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ ແລະ  ການທ່ອງທ່ຽວ… ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ລັດເຊຍ ຈະນັບມື້ນັບໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລີກ, ເພື່ອຜົນປະໂຫຍດລວມຂອງ 2 ຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ຕອບກັບ