ການປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 4

Chia sẻ
(VOVWORLD) -ຕອນບ່າຍວັນທີ 16 ກໍລະກົດ ຢູ່ນະຄອນຫຼວງ ວຽກຈັນ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ແລະ ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ລາວ ຄຳເພົາ ເອີນທະວັນ ໄດ້ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ. 
ການປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 4 - ảnh 1 ການປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ (ພາບ: VOV)

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດກ່ວາອີກເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນສອງປະເທດໃຫ້ມີປະສິດທິຜົນ. ສ່ວນປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມ ແລະ ຍຸດທະສາດຂອງບັນດາປະເທດໃຫຍ່ໃນພາກພື້ນ, ສອງຝ່າຍໄດ້ເນັ້ນໜັກເຖິງບັນດາຂໍ້ລິເລີ່ມ ແລະ ຍຸດທະສາດນີ້ຄວນປະກອບສ່ວນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ຮັດປະກັນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຊຸກຍູ້ການເປີດກ້ວາງພາກພື້ນ, ຮັບເຂົ້ົ້ົ້າທຸກໆສະມາຊິກ, ບໍ່ປະຕິເສດໃຜ.

        ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ແຈ້ງໃຫ້ຝ່າຍ ລາວ ຊາບ ການກະກຽມຂອງ ຫວຽດນາມ ເມື່ອໄດ້ຮັບດຳລົງດຳແໜ່ງເປັນປະທານອາຊຽນ ປີ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021, ເນັ້ນໜັ້ກວ່າ ຫວຽດນາມຖືເປັນສຳຄັນການຜັນຂະຫຍາຍບັນດາການເຄື່ອນໄຫວ, ຊຸກຍູ້ບັນດາເນື້ອໃນການຮ່ວມມື ແລະ ຂໍ້ລິເລີ່ມເມື່ອດຳລົງບັນດາຕຳແໜ່ງດັ່ງກ່າວ, ພ້ອມທັງປາດຖະໜາຢາກໃຫ້ລາວຮ່ວມມື ແລະ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ເປັນຕົ້ນແມ່ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງການປຶກສາຫາລືການເມືອງຄັ້ງຕໍ່ໄປຢູ່ ຫວຽດນາມໃນປີ 2020;

ຕອບກັບ