ກອງປະຊຸມຄົບຄະນະຄະນະກໍາມະການແມ່ນໍ້າຂອງ ຫວຽດນາມ ຄັ້ງທີ 1

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ແຂວງຕ່ຽນຢາງ ຂອງຫວຽດນາມ, ຫ້ອງການປະຈໍາຄະນະກໍາມະການແມ່ນໍ້າຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະ ຄະນະກໍາມະການແມ່ນໍ້າຂອງ ຫວຽດນາມ ຄັ້ງທີ 1 ປີ 2019.
ກອງປະຊຸມຄົບຄະນະຄະນະກໍາມະການແມ່ນໍ້າຂອງ ຫວຽດນາມ ຄັ້ງທີ 1 - ảnh 1 ກອງປະຊຸມຄົບຄະນະຄະນະກໍາມະການແມ່ນໍ້າຂອງ ຫວຽດນາມ ຄັ້ງທີ 1 (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຢັ້ງຢືນວ່າ: ຊັບພະຍາກອນຄື: ນໍ້າຈືດ, ສິນໃນນໍ້າ, ຊາຍ, ຫີນແຮ່ຢູ່ໃຕ້ແມ່ນໍ້າ ແມ່ນມີມູນຄ່າທີ່ສຸດສໍາລັບການພັດທະນາເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນໃນບັນດາປະເທດທີ່ມີແມ່ນໍ້າຂອງໄຫຼຜ່ານ.ເຖິງຢ່າງໃດກໍຕາມ, ເລື່ອງບາງປະເທດໄດ້ ແລະ ກໍາລັງຄາດຄະເນຈະກໍ່ສ້າງ 11 ກິດຈະການໃນແມ່ນໍ້າຂອງ ພວມແມ່ນສິ່ງທ້າທາຍ ແລະ ສົ່ງຜົນກະທົບເຖິງອ່າງແມ່ນໍ້າຂອງ ໃນນັ້ນມີເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ດັ່ງນັ້ນ, ບັນດາປະເທດຢູ່ອ່າງແມ່ນໍ້າຂອງ ຕ້ອງມີໜ້າທີ່, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ຂຸດຄົ້ນກະແສແມ່ນໍ້າຂອງ, ປະຕິບັດຫຼັກການຮ່ວມມື, ສັນຍາແມ່ນໍ້າຂອງ, ການເຄື່ອນໄຫວຮ່ວມມືກັບຄະນະກໍາມະການສະມາຄົມແມ່ນໍ້າຂອງສາກົນ ຢ່າງເຂັ້ມງວດ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ປະທານຄະນະກໍາມະການແມ່ນໍ້າຂອງ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເນັ້ນໜັກວ່າ:

        “ໃນກອງປະຊຸມນີ້ ພວກເຮົາໄດ້ຢັ້ງຢືນໜ້າທີ່, ທີ່ຕັ້ງຂອງແມ່ນໍ້າຂອງ ຢູ່ຫວຽດນາມ; ໃນນັ້ນ ມີບັນດາການເຄື່ອນໄຫວທາງການທູດ ສໍາລັບບັນດາປະເທດຢູ່ຍອດນໍ້າ, ປຶກສາຫາລືກ່ຽວກັບບັນດາບັນຫາທາງເຕັກນິກ ທີ່ກ່ຽວຂ້ອງເຖິງບັນຫາຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າຈາກຍອດນໍ້າໃຫ້ເໝາະສົມ. ພວກເຮົາ ກໍເຕື້ອງເຖິງສະພາບການ, ຂໍ້ມູນຂ່າວສານ, ແຜນນະໂຍບາຍ, ການກໍານົດທິດຂອງບັນດາປະເທດ ຢູ່ ຍອດນໍ້າ, ນີ້ຈະແມ່ນບັນດາຄວາມສ່ຽງ ເຊິ່ງພວກເຮົາຕ້ອງມີບັນດາມາດຕະການແກ້ໄຂໃຫ້ເໝາະສົມ, ມີການປະສານງານ, ເຕົ້າໂຮມກໍາລັງ, ຄວາມສາມາດຕົວຈິງ ເພື່ອແກ້ໄຂບັນດາບັນຫາຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ”.


 

ຕອບກັບ