ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານຢູ່ແຂວງ ກວາງນິງ ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການເລີ່ມຕົ້ນທຸລະກິດເຕັກໂນໂລຊີສູງ, ທ່ານ ດິງສີງວຽນ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານ ກ໋ວາງນິງ ໃຫ້ຮູ້ວ່າ:
ແຂວງ ກວາງນິງ ກຳລັງຊີ້ນຳສ້າງເຂດສວນສາທາລະນະຊອັບແວລວມສູນ. ນີ້ຈະແມ່ນພື້ນຖານ, ດ້ວຍບັນດາກົນໄກນະໂຍບາຍເປັນເອກະລັກສະເພາະ ຈະດຶງດູດບັນດາວິສາຫະກິດທີ່ມີທ່າແຮງກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງພາຍໃນປະເທດ ແລະ ສາກົນ, ແລະ ດຶງດູດທັງຊັບພະຍາກອນມະນຸດ, ວິສາຫະກິດເຕັກໂນໂລຊີໃນບໍລິເວນແຂວງເຂົ້າເຄື່ອນໄຫວ, ແບ່ງປັນນຳກັນ ແລະ ສ້າງຂະບວນການ start up ໃນຈຸດເວລາການປະຕິວັດ 4.0.