Festival ທະເລຍາຈາງ-ຈຸດເດັ່ນຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2019

Chia sẻ
(VOVWORLD) -Festival ທະເລ ຍາຈາງ - ແຄ໊ງຮ່ວາ ຄັ້ງທີ 9 ຈະດຳເນີນໃນລະຫວ່າງວັນທີ 10 – 13 ພຶດສະພາ, ຢູ່ນະຄອນທະເລ ຍາຈາງ, ແມ່ນການເຄື່ອນໄຫວຈຸດສຸມ, ພົ້ນເດັ່ນຂອງທ້ອງຖິ່ນ ເພື່ອຕອບສະໜອງລາຍການທ່ອງທ່ຽວແຫ່ງຊາດ ປີ 2019.

Festival ທະເລຍາຈາງ-ຈຸດເດັ່ນຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2019 - ảnh 1Festival ທະເລ ຍາຈາງ - ແຄ໊ງຮ່ວາ ຄັ້ງທີ 9 ຈະດຳເນີນໃນລະຫວ່າງວັນທີ 10 – 13 ພຶດສະພາ

(ພາບ: hanoimoi.com.vn)

 ດ້ວຍຫົວຂໍ້ວ່າ “ຍາຈາງ - ສີສັນຂອງທະເລ” ແລະ ກໍ່ແມ່ນຫົວຂໍ້ຕົ້ນຕໍຂອງປີທ່ອງທ່ຽວແຫ່ງຊາດປີ 2019. ບັນດາລາຍການຕົ້ນຕໍຂອງ Festival ທະເລ ຍາຈາງ - ແຄ໊ງຮ່ວາ ຈະໄດ້ຈັດຕັ້ງໃນຕອນຄ່ຳຢູ່ສະໜາມຫຼວງ 2/4, ນະຄອນຍາຈາງ ຄື: ລາຍການສະແດງສິລະປະ “ທະເລ, ໝູ່ເກາະຫວຽດນາມ”; ງານຟ້ອນລຳທຳເພງ “ໂລກມີສີສັນຫຼາກຫຼາຍ”… ໃນຂອບເຂດງານ Festival ທະເລ ຍາຈາງ - ແຄ໊ງຮ່ວາ, ຍັງມີປະມານ 50 ລາຍການຕື່ມອີກຈະຈັດຂຶ້ນຢູ່ເວທີສະແດງນ້ອຍຢູ່ລຽບຕາມຖະໜົນ ເຈິ່ນຟຸ, ນະຄອນຍາຈາງ. ຄຽງຂ້າງນັ້ນ, ໃນງານ Festival ທະເລ ຍາຈາງ - ແຄ໊ງຮ່ວາ ປີ 2019 ຍັງຈັດບັນດາກອງປະຊຸມສຳມະນາ, ງານວາງສະແດງວິຈິດສິນ, ບັນດາການເຄື່ອນໄຫວວັດທະນະທຳ, ກິລາ…

ຕອບກັບ