ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ

Chia sẻ

(VOV5)- ວາລະສານທ່ອງທ່ຽວ CN Traveler ຫາກໍເລືອກເອົາ ນາຂັ້ນໄດໝູ່ກັງຈາຍ, ຫວຽດນາມ ນອນໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ . 

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 1

ນາຂັ້ນໄດໝູ່ກັງຈາຍຢູ່ແຂວງ ອຽນບ້າຍໄດ້ກາຍເປັນສະຖານທີ່ລື່ຊື່ໃນສື່ສັງຄົມ ດ້ວຍບັນດາຮູບຖ່າຍທີ່ເປັນໜ້າປະທັບໃຈ. ບັນດາເນື້ອທີ່ ນາຂັ້ນໄດພາຍປ່ຽນສີຈາກສີຂຽວສູ່ສີເຫຼືອງອາຮາມເມື່ອເຂົ້າສຸກໃນເດືອນຕຸລາແຕ່ລະປີ.

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 2

     ປະກົດຂຶ້ນພ້ອມກັນໃນບັນຊີລາຍຊື່ດັ່ງກ່າວ ກໍຍັງມີ ແສງອາທິດຂົ້ວໂລກເໜືອຢູ່ປະເທດການາດາ, ແຂກທ່ອງທ່ຽວ ອາດຈະເຫັນປະກົດການດັ່ງກ່າວຢູ່ບັນດາເຂດໃກ້ກັບຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້ ເຊັ່ນ: ອາລາດສະກາ, ກຣິນແລນ, ແຟງລັງ, ໂນວາຍ ແລະ ການາດາ. ຊ່ວງເວລາທີ່ຈັບໃຈທີ່ສຸດເພື່ອຊົມ ແສງອາທິດຂົ້ວໂລກເໜືອ ແມ່ນຍາມລະດູບານໃໝ່ຫຼືລະດູໜາວ.

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 3

   ເຂດພູພຽງ ສກົດແລນ ກໍແມ່ນສະຖານທີ່ທີ່ດູດດື່ມທີ່ສຸດ. ເຂດພູພຽງຢູ່ພາກຕາເວັນຕົກສ່ຽງເໜືອຂອງປະເທດນີ້ ທີ່ມີຊື່ສຽງດ້ວຍຄວາມງາມປຽບເໝືອນໂລກບູຮານດ້ວຍບັນດາຫໍຜາສາດ, ຫາດຊາຍທະເລທີ່ຮົກເຮື້ອ. ອາກາດຢູ່ທີ່ນີ້ ງາມທີ່ສຸດແມ່ນໃນຊ່ວງເວລາ ເດືອນພຶດສະພາຫາມິຖຸນາ.

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 4

     ປ່າໄມ້ໄຜ່ Arashiyama ທີ່ສະຫງົບງຽບຢູ່ຍີປຸ່ນ ກໍນອນໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ . ເຂດປ່າຢູ່ຊານນະຄອນ ກີໂອໂຕ ກໍມີບັນຍາກາດແຕກຕ່າງກັບຄວາມເນື່ອງນັນຢູ່ບັນດາຕົວເມືອງທີ່ມີຊຸມຊົນໜາແໜ້ນໃນຍີປຸ່ນ. ແຂກທ່ອງທ່ຽວມານີ້ແຕ່ຮຸ່ງເຊົ້າເພື່ອເຊື່ອມຕົວເຂົ້າກັບບັນຍາກາດທີ່ສະຫງົບງຽບ.

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 5

      ດ້ວຍເກາະນ້ອຍໃຫຍ່ກວ່າ 1 ພັນໜ່ວຍຢູ່ມະຫາສະໝຸດອີນເດຍ, ມານດີເວີ ກໍໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ເຂດຊົນຮ້ອນທີ່ດູດດື່ມທີ່ສຸດໃນໂລກ. ແຂກທ່ອງທ່ຽວອາດຈະໄດ້ຢ່ອນອາລົມຢູ່ຕາມສະຖານທີ່ ດຳນ້ຳ ແລະ ເຂດຕາກອາກາດທີ່ມີຊື່ສຽງ.

ໝູ່ກັງຈາຍຖືກຈັດເຂົ້າໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ - ảnh 6

 ບັນດາສະຖານທີ່ອື່ນໆກໍໄດ້ນອນໃນບັນຊີລາຍຊື່ສະຖານທີ່ດູດດື່ມທີ່ສຸດໃນໂລກ ຊຶ່ງລວມມີ : ໜອງ Blue ຢູ່ອາຍແລນ, ທະເລຕາຍ, ທົ່ວດອກກູຫຼາບຢູ່ໂຮນລັງດ ໝູ່ເກາະ Lofoten ຢູ່ນອກແວ…

ຕອບກັບ